ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຈີນ-ອາຟຣິກາໄດ້ຮັບຜົນສຳເລັດຢ່າງອຸດົມສົມບຸນ

2024-08-30 12:43:30 cri

ກອງປະຊຸມຖະແຫຼງຂ່າວທີ່ມີຫົວຂໍ້ສະເພາະຂອງຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດຈີນທີ່ຈັດຂຶ້ນໃນວັນທີ 29 ສິງຫານີ້ໃຫ້ຮູ້ວ່າ: ປື້ມປົກສີຟ້າສະບັບ 2024 ກ່ຽວກັບບົດລາຍງານການພັດທະນາທີ່ຈີນ-ປະເທດອາຟຣິກາຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເຜີຍແຜ່ຢ່າງເປັນທາງການ.



ບົດລາຍງານດັ່ງກ່າວສະແດງໃຫ້ເຫັນວ່າ: ປັດຈຸບັນ, 52 ປະເທດອາຟຣິກາແລະສະຫະພາບອາຟຣິກາ ກັບຈີນໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງເຮັດໃຫ້ການເຊື່ອມໂຍງເຊື່ອມຈອດກັນດ້ວຍພື້ນຖານໂຄງລ່າງຈີນ-ອາຟຣິກາໄດ້ກ້າວຂຶ້ນສູ່ລະດັບໃໝ່. ຢູ່ປະເທດຕ່າງໆໃນອາຟຣິກາ, ວິສາຫະກິດຈີນໄດ້ເຂົ້າຮ່ວມການກໍ່ສ້າງແລະປັບປຸງເສັ້ນທາງລົດໄຟຫຼາຍກວ່າ 10.000 ກິໂລແມັດ, ທາງຫຼວງເກືອບ 100.000 ກິໂລແມັດ, ຂົວເກືອບພັນແຫ່ງ, ທ່າກ່ຳປັ່ນເກືອບຮ້ອຍແຫ່ງ, ລະບົບສາຍສົ່ງໄຟຟ້າ 66.000 ກິໂລແມັດ ແລະ ເຄືອຂ່າຍໂທລະຄົມສາຍຫຼັກ 150.000 ກິໂລແມັດ.