ຈີນ-ອາເມຣິກາຄວນມີຄວາມຮັບຜິດຊອບຕໍ່ປະຫວັດສາດ ຕໍ່ປະຊາຊົນ ແລະ ຕໍ່ໂລກ

2024-08-30 10:51:22 CRI

 

    ຕອນບ່າຍວັນທີ 29 ສິງຫານີ້ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ແຈັກ ຊູລິແວນ ຜູ້ຊ່ວຍວຽກດ້ານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາ.



    ໃນໂອກາດນີ້, ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນ-ອາເມຣິກາໃນຖານະເປັນສອງປະເທດໃຫຍ່, ຄວນມີຄວາມຮັບຜິດຊອບຕໍ່ປະຫວັດສາດ ຕໍ່ປະຊາຊົນ ແລະ ຕໍ່ໂລກ, ຄວນກາຍເປັນແຫຼ່ງແຫ່ງສະຖຽນລະພາບຂອງສັນຕິພາບກໍຄືກໍາລັງແຮງຊຸກຍູ້ການພັດທະນາຮ່ວມຂອງໂລກ.

    ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ເຖິງວ່າສະພາບການຂອງສອງປະເທດຈີນ-ອາເມຣິກາມີການປ່ຽນແປງຢ່າງຫຼວງຫຼາຍກໍຕາມ, ແຕ່ເປົ້າໝາຍຂອງຝ່າຍຈີນໃນການສຸມໃສ່ເຮັດໃຫ້ສາຍພົວພັນລະຫວ່າງຈີນ-ອາເມຣິກາໄດ້ຮັບການພັດທະນາຢ່າງໝັ້ນທ່ຽງ, ປອດໃສ ແລະ ຍືນຍົງນັ້ນບໍ່ໄດ້ປ່ຽນແປງ, ຫຼັກໝັ້ນແຫ່ງການແກ້ໄຂສາຍພົວພັນລະຫວ່າງຈີນ-ອາເມຣິກາໂດຍອີງຕາມຫຼັກການເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນັ້ນບໍ່ໄດ້ປ່ຽນແປງ, ຫຼັກໝັ້ນໃນການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງຈີນຢ່າງເດັດດ່ຽວນັ້ນບໍ່ໄດ້ປ່ຽນແປງ ແລະ ຄວາມພະຍາຍາມໃນການສືບສານໄມຕີຈິດມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຈີນ-ອາເມຣິການັ້ນບໍ່ໄດ້ປ່ຽນແປງ. ຫວັງວ່າອາເມຣິກາຈະກ້າວເດີນໄປສູ່ທິດທາງດຽວກັນກັບຈີນ, ສຸມຄວາມພະຍາຍາມຮ່ວມກັບຈີນເພື່ອຄົ້ນພົບວິທີປະຕິບັດຕໍ່ກັນຢ່າງຖືກຕ້ອງລະຫວ່າງສອງປະເທດໃຫຍ່.