ການຮ່ວມມືລະຫວ່າງຈີນກັບອາຟຣິກາໄດ້ຊຸກຍູ້ໃຫ້ໂຄງປະກອບດ້ານພະລັງງານຂອງອາຟຣິກາມີການຫັນປ່ຽນ

2024-08-30 16:19:38 cri


ວັນທີ 29 ສິງຫານີ້, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນເປີດເຜີຍໃຫ້ຮູ້ວ່າ: ພາຍໃຕ້ຂອບການຮ່ວມມືດ້ານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຈີນ ແລະ ບັນດາປະເທດໃນອາຟຣິກາຮ່ວມກັນຊຸກຍູ້ແກ້ໄຂຄວາມຫຍຸ້ງຍາກດ້ານການເຂົ້າເຖິງພະລັງງານ ແລະ ການຫັນປ່ຽນດ້ານພະລັງງານ, ໄດ້ຊຸກຍູ້ໃຫ້ໂຄງປະກອບດ້ານພະລັງງານຂອງອາຟຣິກາມີການຫັນປ່ຽນຢ່າງມີປະສິດທິຜົນ.

ທ່ານຕົງງສຽງ ຮອງຫົວໜ້າກົມສາກົນອົງການພະລັງງານແຫ່ງຊາດຈີນຊີ້ໃຫ້ເຫັນວ່າ, ການຮ່ວມມືລະຫວ່າງຈີນກັບອາຟຣິກາໄດ້ສົ່ງເສີມໃຫ້ວິສາຫະກິດຈີນງວດໜຶ່ງເຂົ້າຮ່ວມການຮ່ວມມືດ້ານພະລັງງານຢູ່ອາຟຣິກາ, ທັງໄດ້ສະໜັບສະໜູນໂຄງການທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນໄດ້ຈັດຕັ້ງປະຕິບັດຢູ່ອາຟຣິກາ, ໄດ້ປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນໃຫ້ດີຂຶ້ນ, ແລະຊຸກຍູ້ການພັດທະນາແບບສີຂຽວ. ປັດຈຸບັນ, ການຮ່ວມມືດ້ານໂຄງການພະລັງງານລະຫວ່າງຈີນກັບອາຟຣິກາໄດ້ດຳເນີນໄປຢ່າງສະດວກໂດຍລວມ, ທັງໄດ້ມີເຈດຈຳນົງກ່ຽວກັບການຮ່ວມມືວາງແຜນ, ລົງທຶນ ແລະກໍ່ສ້າງໂຄງການພະລັງງານສະດາກທີ່ມີກຳລັງການຜະລິດເກືອບ 20 ລ້ານກິໂລວັດ, ເປັນການສ້າງພື້ນຖານອັນດີງາມໃຫ້ແກ່ການຮ່ວມມືໃນອະນາຄົດ.