ທ່ານສີຈິ້ນຜິງເນັ້ນໜັກວ່າ: ຕ້ອງຫັນຜົນງານດ້ານການເຊື່ອມຊຶມ ແລະ ສຶກສາລະບຽບວິໄນພັກໃຫ້ເປັນພະລັງແຮງຂັບເຄື່ອນອັນເຂັ້ມແຂງໃນການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ

2024-08-31 13:05:01 cri

 

    ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄຳຊີ້ນຳອັນສຳຄັນໂດຍເນັ້ນໜັກວ່າ: ຕ້ອງປັບປຸງ ແລະ ລົງເລິກຜົນງານດ້ານການເຊື່ອມຊຶມ ແລະ ສຶກສາລະບຽບວິໄນພັກ,  ຍຶດໝັ້ນໃຫ້ເຊື່ອມໂຍງເຂົ້າກັບວຽກງານປະຈຳວັນ ແລະ ຈັດຕັ້ງປະຕິບັດເປັນປະຈຳ. ຫັນຜົນງານດ້ານການເຊື່ອມຊຶມ ແລະ ສຶກສາລະບຽບວິໄນພັກໃຫ້ເປັນພະລັງແຮງຂັບເຄື່ອນອັນເຂັ້ມແຂງໃນການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຢ່າງຕໍ່ເນື່ອງ.