ກອງປະຊຸມນັກທຸລະກິດຈີນ-ອາຟຣິກາຄັ້ງທີ 8 ຈະຈັດຂຶ້ນ

2024-08-31 15:47:15 cri

 

    ວັນທີ 30 ສິງຫານີ້, ທ່ານນາງວາງລິນເຈຍ ໂຄສົກຄະນະກຳມະການສົ່ງເສີມການຄ້າສາກົນຈີນກ່າວວ່າ: ໃນຖານະເປັນກິດຈະກຳສຳຄັນທີ່ຂຶ້ນກັບກອງປະຊຸມສຸດຍອດເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ 2024, ກອງປະຊຸມນັກທຸລະກິດຈີນ-ອາຟຣິກາຄັ້ງທີ 8 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນວັນທີ 6 ກັນຍາທີ່ຈະມາເຖິງ, ກອງປະຊຸມຄັ້ງນີ້ຈະສຸມໃສ່ຫົວຂໍ້ “ເກາະແຂນກັນຊຸກຍູ້ຄວາມທັນສະໄໝ, ຮ່ວມກັນສ້າງປະຊາຄົມຈີນ-ອາຟຣິກາທີ່ມີຄຸນນະພາບສູງ”.

    ທ່ານນາງວາງລິນເຈຍແນະນຳໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ໄດ້ຮັບຄວາມເອົາໃຈໃສ່ເປັນຢ່າງສູງຈາກບັນດາປະເທດອາຟຣິກາ, ນັບມາຮອດປັດຈຸບັນ, ມີວິສາຫະກິດ ແລະ ສະມາຄົມການຄ້າ 408 ແຫ່ງທີ່ມາຈາກ 48 ປະເທດອາຟຣິກາໄດ້ສະໝັກເຂົ້າຮ່ວມ.

    ຕາມຂ່າວລາຍງານວ່າ: ກອງປະຊຸມນັກທຸລະກິດຈີນ-ອາຟຣິກາເລີ່ມຈັດຂຶ້ນໃນປີ 2003 ແລະ ຜັດປ່ຽນກັນຈັດຂຶ້ນຢູ່ຈີນ ແລະ ປະເທດອາຟຣິກາໃນ 3 ປີໃດ, ມາຮອດປັດຈຸບັນ, ໄດ້ຈັດຂຶ້ນ 7 ຄັ້ງແລ້ວ.