ໂຄງການ “ສວນເຕັກໂນໂລຊີຈີນ-ອາຟຣິກາ” ໄດ້ຖ່າຍທອດບົດຮຽນໄປຮອດອາຟຣິກາ

2024-08-31 15:54:56 cri

  

 

    ໃນເມື່ອຫວນຄືນປະສົບການພຶດຕິກຳຕົວຈິງຢູ່ສວນເຕັກໂນໂລຊີຈີນ-ອາຟຣິກາ ເຊັ່ນ: ວັດແທກຄຸນນະພາບຂອງດິນຢູ່ຫ້ອງທົດລອງ, ສຳຫຼວດສະພາບການເຕີບໂຕຂອງທັນຍາຫານຢູ່ທົ່ງນາ, ແລກປ່ຽນບົດຮຽນດ້ານການເລືອກແນວພັນ ແລະ ບົ່ມເພາະເບ້ຍກັບຊາວກະສິກອນຈີນ, ຄົ້ນຄວ້າກັບຜູ້ຊ່ຽວຊານດ້ານກະສິກຳຈີນ ກ່ຽວກັບການເຜີຍແຜ່ເຕັກໂນໂລຊີດ້ານກະສິກຳທີ່ທັນສະໄໝ ແລະອື່ນໆ, ທ້າວ ດາວິດ ງູລາ ມຸດເທນດານໂກ ນັກສຶກສາຊຳບີທີ່ຮຽນຢູ່ມະຫາວິທະຍາໄລກະສິກຳຈີນກ່າວວ່າ: ຂ້າພະເຈົ້າໄດ້ຮຽນຮູ້ຢ່າງຫຼາກຫຼາຍ, ຈີນໄດ້ສຸມກຳລັງເຂົ້າໃນການພັດທະນາເຕັກໂນໂລຊີດ້ານກະສິກຳທີ່ທັນສະໄໝ, ຜົນຜະລິດທັນຍາຫານໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ຂ້າພະເຈົ້າຫວັງວ່າຈະຮຽນຮູ້ເຕັກນິກທີ່ກ່ຽວຂ້ອງ ເພື່ອອຸທິດເຫື່ອແຮງເຂົ້າໃນການພັດທະນາກະສິກຳຂອງປະເທດຕົນ.



    ໂຄງການ “ສວນເຕັກໂນໂລຊີຈີນ-ອາຟຣິກາ” ເປັນໂຄງການສຶກສາກະສິກຳລະຫວ່າງຈີນ-ອາຟຣິກາທີ່ເລີ່ມຕົ້ນໃນປີ 2019,  ມະຫາວິທະຍາໄລກະສິກຳຈີນເປັນຝ່າຍຮັບຜິດຊອບຈັດຕັ້ງປະຕິບັດ ໂດຍຮັບເອົານັກສຶກສາຂະແໜງວິຊາກະສິກຳທີ່ມາຈາກອາຟຣິກາ, ຖືເອົາສະຖານີທົດລອງຂອງມະຫາວິທະຍາໄລກະສິກຳຈີນທີ່ຕັ້ງຢູ່ເມືອງສວີໂຈວ່ຂອງແຂວງເຮີເປີຍຈີນເປັນແຫຼ່ງການສຶກສາ, ນຳເອົາບົດຮຽນດ້ານກະສິກຳຂອງຈີນ ມາຊ່ວຍເຫຼືອອາຟຣິກາໃນດ້ານການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດສູງດ້ານກະສິກຳ ແລະ ຊຸກຍູ້ການພັດທະນາກະສິກຳຂອງອາຟຣິກາ.



    ຈາກພາກຮຽນໃໝ່ໃນລະດູໃບໄມ້ປົ່ງ ຮອດທ້າຍລະດູໃບໄມ້ຫຼົ່ນໃນທຸກໆປີ, ມີນັກສຶກສາທີ່ມາຈາກອາຟຣິກາຊຸດຕ່າງໆເຂົ້າປະຈຳຢູ່ເມືອງສວີໂຈວ່, ເຂົາເຈົ້າໄດ້ກິນຢູ່ຮ່ວມກັນກັບຊາວກະສິກອນທ້ອງຖິ່ນ, ເປິກສາ ແລະ ແລກປ່ຽນເຕັກນິກ ທັງມີພຶດຕິກຳຄົ້ນຄວ້າທົດລອງໄປນຳ.



    ທ້າວ ດາວິດ ງູລາ ມຸດເທນດານໂກ ແມ່ນໜຶ່ງໃນນັກສຶກສາຊຸດທຳອິດຂອງໂຄງການ “ສວນເຕັກໂນໂລຊີຈີນ-ອາຟຣິກາ”, ໃນເມື່ອເວົ້າເຖິງຈຸດປະສົງທີ່ມາຮຽນຢູ່ຈີນ, ລາວໄດ້ອ້າງເອົາຕົວເລກຊຸດໜຶ່ງມາເວົ້າວ່າ: ຍົກຕົວຢ່າງວ່າການປູກສາລີ, ສະເລ່ຍແລ້ວ ສະມັດຖະພາບຜົນຜະລິດຂອງຊຳບີແມ່ນ 1-3 ໂຕນຕໍ່ເຮັກຕາ, ແຕ່ໃນປີ 2020 ຈີນມີຫຼາຍກວ່າ 6 ໂຕນ, ຂ້າພະເຈົ້າຢາກຮູ້ວ່າຈີນໄດ້ນຳໃຊ້ເຕັກໂລໂນຊີແນວໃດ ມາຍົກສູງຜົນຜະລິດທັນຍາຫານ.



    ໂຄງການ “ສວນເຕັກໂນໂລຊີຈີນ-ອາຟຣິກາ” ໄດ້ນຳໃຊ້ຮູບແບບຄື: “ພຶດຕິກຳຕົວຈິງ—ທິດສະດີ—ພຶດຕິກຳຕົວຈິງອີກຄັ້ງ”. ກ່ອນເຂົ້າຮຽນ, ນັກສຶກສາຕ່າງປະເທດຕ້ອງໄປເຮັດຕົວຈິງກ່ອນ ເພື່ອພົບບັນຫາດ້ວຍຕົນເອງ, ຈາກນັ້ນເຂົ້າຮຽນເພື່ອຮຽນຮູ້ທາງດ້ານທິດສະດີ, ເຂົ້າໃຈຄວາມຮູ້ ແລະ ວິທີພື້ນຖານ. ຫຼັງຈາກນັ້ນ ໄປລົງມືເຮັດຕົວຈິງຢູ່ພາກສະໜາມອີກຄັ້ງໃໝ່ ເພື່ອແກ້ໄຂບັນຫາດ້ວຍຄວາມຮູ້ທີ່ຮຽນມານັ້ນ.

    ໃນເວລາເກືອບ 6 ປີມານີ້, ໂຄງການ “ສວນເຕັກໂນໂລຊີຈີນ-ອາຟຣິກາ” ໄດ້ຮັບເອົານັກສຶກສາຂະແໜງວິຊາກະສິກຳ 91 ຄົນທີ່ມາຈາກ 12 ປະເທດຂອງອາຟຣິກາ. ນັກສຶກສາເຫຼົ່ານີ້ໄດ້ກາຍເປັນຜູ້ສ້າງ ແລະ ສັກຂີພິຍານຂອງການຮ່ວມມືລະຫວ່າງຈີນ-ອາຟຣິກາ.