ຈີນປະກາດບົດລາຍງານກວດລະບົບນິເວດຂອງຫີນປະກາລັງຫາດຊ່ຽນປ່ິນເປັນເທື່ອທຳອິດ

2024-08-31 15:30:37 CRI



    ອີງຕາມແຜນການວຽກງານປະຈຳປີ, ລະຫວ່າງເດືອນພຶດສະພາຫາເດືອນກໍໍລະກົດປີ 2024,ສະຖາບັນຄົ້ນຄວ້າການພັດທະນາທະເລຈີນໃຕ້ຂອງກະຊວງຊັບພະຍາກອນທຳມະຊາດຈີນໄດ້ຮ່ວມກັບພາກສ່ວນຕ່າງໆ ເຊັ່ນ: ສູນນິເວດທະເລຈີນໃຕ້ ແລະ ສູນສຳຫຼວດທະເລຈີນໃຕ້ຂອງກະຊວງຊັບພະຍາກອນທຳມະຊາດຈີນເພື່ອດຳເນີນການສຳຫຼວດ ແລະ ປະເມີນຜົນຕໍ່ລະບົບນິເວດຂອງຫີນປະກາລັງຫາດຊຽນປິນ ແລະ ໄດ້ປະກາດ “ບົດລາຍງານສຳຫຼວດລະບົບນິເວດຂອງຫີນປະກາລັງຫາດຊ່ຽນປິ່ນ” ເປັນເທື່ອທຳອິດໃນວັນທີ 30ສິງຫານີ້.


 

    ຫາດຊ່ຽນປິ່ນແມ່ນພາກສ່ວນໜຶ່ງຂອງໝູ່ເກາະນານຊ່າຂອງຈີນ, ຕັ້ງຢູ່ທິດຕາເວັນອອກຂອງຫາດເຣີນໄອ້, ຂຶ້ນກັບ ນະຄອນຊ່ານຊ່າຂອງ ແຂວງໄຫຫຼຳ.