ທ່ານສີຈິ້ນຜິງຕອບຈົດໝາຍໃຫ້ແກ່ນັກວິຊາການອາຟຣິກາ

2024-08-31 15:22:33 CRI

    ວັນທີ 27 ສິງຫານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕອບຈົດໝາຍໃຫ້ແກ່ນັກວິຊາການຂອງ 50 ປະເທດອາຟຣິກາ ໂດຍເຊີດຊູກຳລັງໃຈໃຫ້ພວກເພິ່ນຈົ່ງສືບຕໍ່ສະໜອງການສະໜັບສະໜູນທາງປັນຍາ ເພື່ອສືບຕໍ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາໃນລະດັບສູງ ແລະ ຮັກສາຜົນປະໂຫຍດຮ່ວມຂອງ “ພາກໃຕ້ທົ່ວໂລກ”.

 

    ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງລະບຸວ່າ: ນັບແຕ່ໃດໆມາ ຈີນ ກັບ ອາຟຣິກາກໍ່ແມ່ນປະຊາຄົມຮ່ວມຊາຕາກຳ. ກອງປະຊຸມສຸດຍອດເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາຄັ້ງໃໝ່ຈະຈັດຂຶ້ນໃນໄວໆນີ້, ຜູ້ນຳຈີນ-ອາຟຣິກາຈະເຕົ້າໂຮມກັນອີກ ເພື່ອຫາລືແຜນການຮ່ວມມືອັນສຳຄັນລະຫວ່າງຈີນ ກັບ ອາຟຣິກາ, ນີ້ິຈະສ້າງອະນາຄົດທີ່ສະຫງ່າງາມກວ່າເກົ່າຂອງຕໍ່ການພົວພັນຈີນ-ອາຟຣິກາ.

 

     ຫວ່າງກ່ອນນີ້ບໍ່ດົນ, ນັກວິຊາການ 63 ຄົນທີ່ມາຈາກ 50 ປະເທດອາຟຣິກາໄດ້ຮ່ວມກັນຝາກຈົດໝາຍໄປຍັງທ່ານປະທານສີຈິ້ນຜິງ. ໂດຍໄດ້ຕີລາຄາສູງຕໍ່ຜົນງານລັກສະນະປະຫວັດສາດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ ແລະ ສະແດງຄວາມຄອງຄອຍກອງປະຊມສຸດຍອດເວທີເປິກສາຫາລືຄັ້ງໃໝ່ຈະເປີດໜ້າໃໝ່ໃຫ້ກັບການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາ ແລະ ການຮ່ວມກັນສ້າງຄວາມທັນສະໄໝ“ພາກໄຕ້ທົ່ວໂລກ”.