ວັນທີ 31 ສິງຫານີ້, ກິດຈະກຳສື່ມວນຊົນ “ຄູ່ຮ່ວມອາຟຣິກາ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານຫຼີຊູ່ເຫຼີຍ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນໄດ້ເຂົ້າຮ່ວມກິດຈະກຳຜ່ານທາງວິດີໂອ ແລະກ່າວຄຳປາໄສ.
ກິດຈະກຳດັ່ງກ່າວຈັດຂຶ້ນໂດຍວິທະຍຸໂທລະພາບສູນກາງຈີນ ຫຼືCMG, ຜູ້ຕາງໜ້າ 200 ກວ່າຄົນຂອງອົງການຈັດຕັ້ງສາກົນ, ສື່ມວນຊົນ ແລະ ຄັງປະຍາທີ່ມາຈາກຈີນ ແລະ 20 ກວ່າປະເທດອາຟຣິກາໄດ້ເຂົ້າຮ່ວມກິດຈະກຳເທື່ອນີ້.