ຈີນກາຍເປັນປະເທດແຫຼ່ງນັກທ່ອງທ່ຽວໃຫຍ່ທີ່ສຸດ ແລະ ຈຸດໝາຍປາຍທາງສຳຄັນໃນດ້ານການທ່ອງທ່ຽວສາກົນ

2024-08-31 15:45:42 cri


    ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຂ່າວໃນວັນທີ 30 ສິງຫານີ້, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງການຄ້າຈີນແນະນຳໃຫ້ຮູ້ວ່າ, ປັດຈຸບັນນີ້, ຂະແໜງການທ່ອງທ່ຽວຈີນໄດ້ກາຍເປັນຕະຫຼາດທ່ອງທ່ຽວພາຍໃນປະເທດທີ່ໃຫຍ່ທີ່ສຸດໃນທົ່ວໂລກ, ກາຍເປັນປະເທດແຫຼ່ງນັກທ່ອງທ່ຽວໃຫຍ່ທີ່ສຸດ ແລະ ຈຸດໝາຍປາຍທາງສຳຄັນໃນດ້ານການທ່ອງທ່ຽວສາກົນ.

    ທ່ານວາງຕົ່ງທັງ ຫົວໜ້າກົມການຄ້າບໍລິການ ແລະ ຂະແໜງການບໍລິການການຄ້າກະຊວງການຄ້າຈີນແນະນຳໃຫ້ຮູ້ວ່າ: ປີ 2023, ຍອດມູນຄ່າຂາເຂົ້າ-ຂາອອກດ້ານການບໍລິການທ່ອງທ່ຽວຂອງຈີນແມ່ນອັນດັບ 2 ໃນໂລກ.  6 ເດືອນຕົ້ນປີນີ້, ຍອດມູນຄ່າຂາເຂົ້າ-ຂາອອກດ້ານການບໍລິການທ່ອງທ່ຽວຂອງຈີນແມ່ນ 961,7 ຕື້ຢວນ, ເຊິ່ງເປັນລະດັບໃນໄລຍະດຽວກັນຂອງປີ 2019 ກ່ອນເກີດມີສະພາບພະຍາດໂຄວິດ-19. ໃນນັ້ນ, ຍອດມູນຄ່າສົ່ງອອກເພີ່ມຂຶ້ນ 131,9%  ແລະ ຍອດມູນຄ່ານຳເຂົ້າເພີ່ມຂຶ້ນ 41,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

    ທ່ານວາງຕົ່ງທັງແນະນຳໃຫ້ຮູ້ຕື່ມວ່າ: ກະຊວງການຄ້າຈີນຈະຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ, ຄົ້ນຄວ້າ ແລະ ປັບປຸງນະໂຍບາຍ ແລະ ມາດຕະການເພື່ອຊຸກຍູ້ການພັດທະນາຂອງຂະແໜງການບໍລິການທ່ອງທ່ຽວຕື່ມອີກ, ຍົກສູງລະດັບ ແລະ ຄຸນນະພາບຂອງການບໍລິການ, ລົງເລິກການແລກປ່ຽນ ແລະ ການຮ່ວມມືດ້ານການທ່ອງທ່ຽວສາກົນຕື່ມອີກ, ພວກຂ້າພະເຈົ້າກໍຍິນດີຕ້ອນຮັບບຸກຄົນໃນບັນດາປະເທດມາທ່ຽວ, ດຳເນີນທຸລະກິດ ແລະ ຮ່ຳຮຽນຢູ່ຈີນ.