ຖືກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣີກາເປັນໂອກາດ ເພື່ອ“ເຕົ້າໂຮມກຳລັງພາກໃຕ້ຂອງທົ່ວໂລກ”

2024-08-31 11:28:37 cri


   ວັນທີ 30 ສິງຫານີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຫວ່າງມໍ່ໆມານີ້ ມີບຸກຄົນອາຟຣີກາຈຳນວນໜຶ່ງກ່າວວ່າ: ພາຍໃຕ້ສະພາບການສາກົນທີ່ສັບສົນແລະປ່ຽນແປງເລື້ອຍໆໃນປັດຈຸບັນ, ອາຟຣີກາແລະຈີນລ້ວນແຕ່ຜະເຊີນໜ້າກັບສິ່ງທ້າທາຍທີ່ສັບສົນ, ຄວນພ້ອມກັນຍຶດໝັ້ນລັດທິຫຼາຍຝ່າຍ, ປົກປັກຮັກສາການພັດທະນາໂດຍສັນຕິຂອງໂລກ, ປະກອບສ່ວນສະຕິປັນຍາແລະກຳລັງຂອງຕົນເຂົ້າໃນການຄຸ້ມຄອງທົ່ວໂລກໃຫ້ສົມບູນກວ່າເກົ່າ. ໂຄສົກມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

   ທ່ານລີນຈ້ຽນຊີ້ໃຫ້ເຫັນວ່າ: ຈີນ-ອາຟຣີກາເປັນກຳລັງແກນກາງໃນການປົກປ້ອງສິດແລະຜົນປະໂຫຍດອັນເປັນທຳຂອງປະເທດພວມພັດທະນາ, ປົກປ້ອງຈຸດປະສົງຂອງກົດບັດອົງການສະຫະປະຊາຊາດ, ປົກປ້ອງລັດທິຫຼາຍຝ່າຍ, ຄວາມທ່ຽງທຳແລະຄວາມເປັນທຳໃນສາກົນ. ສອງຝ່າຍຈະຖືກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣີກາທີ່ຈະຈັດຂຶ້ນໃນອາທິດໜ້າເປັນໂອກາດ, “ເຕົ້າໂຮມກຳລັງພາກໃຕ້ຂອງທົ່ວໂລກ”ໃນດ້ານຄວາມສາມັກຄີແລະການຮ່ວມມືຂອງປະເທດພວມພັດທະນາ ເພື່ອພ້ອມກັນປົກປ້ອງຄວາມທ່ຽງທຳແລະຄວາມເປັນທຳໃນສາກົນ ແລະພ້ອມກັນຊຸກຍູ້ການພັດທະນາໂດຍສັນຕິຂອງໂລກ.