ຈັດກອງປະຊຸມເວທີເປິກສາຫາລືອົງການນັກຂ່າວ “ໜຶ່ງແລວໜຶ່ງເສັ້ນທາງ” ປີ 2024

2024-09-01 13:50:04 CRI


ວັນທີ 31 ສິງຫາຜ່ານມາ, ກອງປະຊຸມເວທີເປິກສາຫາລືອົງການນັກຂ່າວ “ໜຶ່ງແລວໜຶ່ງເສັ້ນທາງ” ປີ 2024 ໄດ້ຈັດຂຶ້ນຢູ່ນະຄອນຈຸ່ງກິ່ງຂອງຈີນ. ຜູ້ຮັບຜິດຊອບອົງການນັກຂ່າວ ແລະ ຜູ້ຕາງໜ້າສື່ມວນຊົນເກືອບ 100 ຄົນທີ່ມາຈາກ 50 ປະເທດ ແລະເຂດແຄວ້ນໄດ້ລົງເລິກເປິກສາຫາລື ແລະ ແລກປ່ຽນຄຳເຫັນໂດຍປິ່ນອ້ອມຫົວຂໍ້ທີ່ວ່າ “ເປີດກວ້າງເສັ້ນທາງແຫ່ງກາລະໂອກາດ ຮ່ວມກັນຊົມໃຊ້ອະນາຄົດທີ່ດີງາມ”.

 

ຜູ້ຕາງໜ້າອົງການນັກຂ່າວ ແລະ ສື່ມວນຊົນປະເທດຕ່າງໆທີ່ເຂົ້າຮ່ວມກອງປະຊຸມມີຄວາມເຫັນໂດຍທົ່ວໄປວ່າ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະເທດທີ່ກ່ຽວຂ້ອງ, ເຊິ່ງໄດ້ນຳເອົາຄວາມຮູ້ສຶກທີ່ໄດ້ຮັບຜົນປະໂຫຍດ ແລະ ຄວາມຮູ້ສຶກຜາສຸກຢ່າງເຕັມປ່ຽມມາໃຫ້ກັບປະຊາຊົນທ້ອງຖິ່ນ, ຜູ້ປະກອບການສື່ມວນຊົນຄວນສືບຕໍ່ເລົ່າເລື່ອງແຫ່ງຄວາມຜາສຸກໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເລົ່າເລື່ອງທີ່ຈີນ ແລະ ໂລກພັດທະນາພ້ອມກັນ. ໂລກປັດຈຸບັນພວມຢືນຢູ່ທາງແຍກແຫ່ງປະຫວັດສາດ, ສະຖານະການສາກົນເຄັ່ງຕຶງ, ການປະທະກັນໃນພາກພື້ນຮຸນແຮງຂຶ້ນ, ສື່ມວນຊົນ ແລະ ຜູ້ປະກອບການຕ້ອງທຳຄວາມພະຍາຍາມຮ່ວມກັນເພື່ອຊຸກຍູ້ການພັດທະນາໂດຍສັນຕິ ຄວາມຈະເລີນຮຸ່ງເຮືອງພ້ອມກັນ ແລະ ມິດຕະພາບຖານບ້ານໃກ້ເຮືອນຄຽງຫຼາຍກວ່າຍາມໃດໆຜ່ານມາ.