ວາລະສານ “ສິວຊື້” ລົງບົດຄວາມສໍາຄັນຂອງທ່ານສີຈິ້ນຜິງ

2024-09-01 14:13:05 CRI

   ວາລະສານ “ສິວຊື້” ສະບັບວັນທີ 1 ກັນຍານີ້ໄດ້ລົງບົດຄວາມສໍາຄັນຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະນະກໍາມະການການທະຫານສູນກາງ ທີ່ພາດຫົວຂໍ້ວ່າ “ບໍາລຸງສ້າງຜູ້ສ້າງສາພັດທະນາ ແລະ ສືບທອດສັງຄົມນິຍົມທີ່ມີການພັດທະນາຢ່າງຮອບດ້ານຄືຄຸນສົມບັດ, ປັນຍາ, ກາຍຍະ, ສິລະປະ ແລະ ແຮງງານ”.

   ເນື້ອໃນບົດຄວາມຂອງທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ: ການບໍາລຸງສ້າງຄົນແບບໃດ, ເປັນບັນຫາຕົ້ນຕໍຂອງການສຶກສາ. ຈີນເປັນປະເທດສັງຄົມນິຍົມພາຍໃຕ້ການນໍາພາຂອງພັກຄອມມູນິດຈີນ, ສິ່ງນີ້ໄດ້ກໍານົດວ່າ: ການສຶກສາຂອງພວກເຮົາຕ້ອງຖືເອົາການບໍາລຸງສ້າງໃຫ້ຜູ້ພັດທະນາ ແລະ ສືບທອດສັງຄົມນິຍົມ ເປັນໜ້າທີ່ພື້ນຖານ, ເພື່ອບໍາລຸງສ້າງຜູ້ມີຄວາມຮູ້ຄວາມສາມາດທີ່ສະໜັບສະໜູນການນໍາພາຂອງພັກຄອມມູນິດຈີນ, ລະບອບສັງຄົມນິຍົມຂອງຈີນ ແລະ ມີອຸດົມການບຸກບືນສູ້້ຊົນຈົນຕະຫຼອດຊີວິດເພື່ອສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຫຼາຍເທົ່າເຊັ່ນຄົນ.

   ບົດຄວາມຂອງທ່ານໄດ້ຊີ້ໃຫ້ເຫັນອີກວ່າ: ຕ້ອງສຸມຄວາມພະຍາຍາມສ້າງລະບົບການສຶກສາທີ່ບໍາລຸງສ້າງຜູ້ຄົນທີ່ມີການພັດທະນາຢ່າງຮອບດ້ານຄືຄຸນສົມບັດ, ປັນຍາ, ກາຍຍະ, ສິລະປະ ແລະ ແຮງງານ ແລະ ສ້າງເປັນລະບົບການບໍາລຸງສ້າງຜູ້ມີຄວາມຮູ້ຄວາມສາມາດທີ່ມີລະດັບສູງກວ່າເກົ່າ.