6 ເດືອນຕົ້ນປີນີ້, ຄຸນນະພາບ ແລະ ປະສິດທິຜົນດ້ານການດໍາເນີນທຸລະກິດທາງລົດໄຟທົ່ວປະເທດຈີນເພີ່ມຂຶ້ນຢ່າງໝັ້ນທ່ຽງ

2024-09-01 12:06:55 CRI

 

   ແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈໍາກັດແຈ້ງໃຫ້ຮູ້ວ່າ: 6 ເດືອນຕົ້ນປີນີ້, ຍອດລາຍຮັບຂອງກຸ່ມບໍລິສັດດັ່ງກ່າວໄດ້ບັນລຸເຖິງ 579,4 ຕື້ຢວນ ໃນນັ້ນ, ກໍາໄລສຸດທິບັນລຸເຖິງ 1 ຕື້ 700 ລ້ານຢວນ, ຄຸນນະພາບ ແລະ ປະສິດທິຜົນດ້ານການດໍາເນີນທຸລະກິດທາງລົດໄຟໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ.

   ເມື່ອເບິ່ງຈາກດ້ານການຂົນສົ່ງຜູ້ໂດຍສານແລ້ວເຫັນວ່າ, 6 ເດືອນຕົ້ນປີນີ້, ການຂົນສົ່ງຜູ້ໂດຍສານຕາມທາງລົດໄຟທົ່ວປະເທດຈີນໄດ້ເພີ່ມຂຶ້ນທັງທາງດ້ານປະລິມານ ແລະ ຄຸນນະພາບຢ່າງພ້ອມພຽງກັນ, ການແລ່ນລົດໄຟໂດຍສານລະເລ່ຍຕໍ່ມື້ບັນລຸເຖິງ 10.256 ຂະບວນ, ເພີ່ມຂຶ້ນ 9,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023; ຂະນະທີ່ປະລິມານການຂົນສົ່ງຜູ້ໂດຍສານບັນລຸເຖິງ 2 ຕື້ 96 ລ້ານເທື່ອຄົນ, ເພີ່ມຂຶ້ນ 18,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ເຊິ່ງຢູ່ໃນລະດັບສູງສຸດຂອງໄລຍະດຽວກັນເປັນປະຫວັດສາດ.

   ເມື່ອເບິ່ງຈາກດ້ານການຂົນສົ່ງສິນຄ້າແລ້ວເຫັນວ່າ, 6 ເດືອນຕົ້ນປີນີ້, ການຍົກຖ່າຍສິນຄ້າໃສ່ລົດໄຟສະເລ່ຍຕໍ່ມື້ບັນລຸເຖິງ 175.400 ຂະບວນ, ຂົນສົ່ງສິນຄ້າ 1 ຕື້ 923 ລ້ານໂຕນ, ປາກົດມີທ່ວງທ່າຂະຫຍາຍຕົວໄປໃນທິດທາງທີ່ດີຢ່າງໝັ້ນທ່ຽງ.

   ພ້ອມດຽວກັນນີ້, ການກໍ່ສ້າງໂຄງການທາງລົດໄຟໄດ້ຮັບການຊຸກຍູ້ຢ່າງມີຄຸນນະພາບດີ ແລະ ມີປະສິດທິຜົນສູງ. 6 ເດືອນຕົ້ນປີນີ້, ທາງລົດໄຟທົ່ວປະເທດຈີນໄດ້ສຳເລັດການລົງທຶນດ້ານຊັບສິນຄົງທີ່ຈຳນວນ 337,3 ຕື້ຢວນ, ເພີ່ມຂຶ້ນ 10,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ເຊິ່ງຢູ່ໃນລະດັບສູງສຸດຂອງໄລຍະດຽວກັນເປັນປະຫວັດສາດ, ນອກນີ້, ໄດ້ສ້າງທາງລົດໄຟໃໝ່ເຖິງ 979,6 ກິໂລແມັດ, ໂດຍໄດ້ເພີ່ມແຮງຂັບເຄື່ອນອັນໃໝ່ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ໃນພາກພື້ນ.