ຟິລິບປິນພົບຜູ້ຕິດເຊື້ອພະຍາດເອັມພອກອີກ 3 ກໍລະນີ

2024-09-02 14:23:40 CRI


ວັນທີ 1 ກັນຍານີ້, ກະຊວງສາທາລະນະສຸກຟິລິບປິນແຈ້ງໃຫ້ຮູ້ວ່າ, ປະເທດຕົນພົບຜູ້ຕິດເຊື້ອພະຍາດເອັມພອກອີກ 3 ກໍລະນີ, ປັດຈຸບັນ ຜູ້ຕິດເຊື້ອພະຍາດເອັມພອກໃນທົ່ວປະເທດລວມມີ 8 ກໍລະນີ.


ວັນທີ 19 ສິງຫາຜ່ານມາ, ຟິລິບປິນ ພົບຜູ້ຖືກບົ່ງມະຕິຕິດເຊື້ອພະຍາດເອັມພອກກໍລະນີທຳອິດນັບແຕ່ປີ 2024 ເປັນຕົ້ນມາ.