ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີມາລີ

2024-09-02 15:53:35 cri

ຕອນເຊົ້າວັນທີ 2 ກັນຍານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງຂອງຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ອາຊີມີ ໂກອິຕາ ປະທານາທິບໍດີມາລີທີ່ເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ. ປະມຸກລັດຂອງສອງປະເທດໄດ້ປະກາດຈະຍົກລະດັບການພົວພັນຈີນ-ມາລີເປັນການພົວພັນຄູ່ຮ່ວມມືຍຸດທະສາດ.

ທ່ານສີຈິ້ນຜິງກ່າວວ່າ: ຈີນສະໜັບສະໜູນປະຊາຊົນອາຟຣິກາຕັດສິນອະນາຄົດ ແລະ ຊາຕາກຳຂອງຕົນຢ່າງເປັນເຈົ້າການມາໂດຍຕະຫຼອດ, ຍິນດີໃຫ້ການສະໜັບສະໜູນເຊິ່ງກັນແລະກັນກັບມາລີ ແລະ ປະເທດອື່ນໆຂອງອາຟຣິກາ, ຮ່ວມມືກັນເດີນຕາມເສັ້ນທາງຄວາມທັນສະໄໝທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ. ກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາໃນຄັ້ງນີ້ແມ່ນສຸມກຳລັງເຂົ້າໃນການວາງແຜນຜັງໃໝ່ແຫ່ງການຮ່ວມມືຈີນ-ອາຟຣິກາໃນຍຸກໃໝ່, ຮ່ວມມືກັນຊຸກຍູ້ຄວາມທັນສະໄໝ ແລະ ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາທີ່ມີລະດັບສູງ. ຈີນຍິນດີຮ່ວມມືກັບມາລີ ເພື່ອຊຸກຍູ້ກອງປະຊຸມສຸດຍອດໃນຄັ້ງນີ້ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

ທ່ານ ອາຊີມີ ໂກອິຕາ ກ່າວວ່າ: ມາລີຫວັງວ່າຈະຮັດແໜ້ນມິດຕະພາບມາລີ-ຈີນຕື່ມອີກ, ພ້ອມທັງຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ. ມາລີສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມ ແລະ ການປະກອບສ່ວນຂອງຈີນໃນການຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນກໍຄືຂອງໂລກ, ຫວັງວ່າຈະຮັດແໜ້ນການປະສານງານຫຼາຍຝ່າຍກັບຈີນ.