ຈີນສົ່ງດາວທຽມສຳຫຼວດໄລຍະໄກໜ່ວຍ 02 ເລກ 43 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2024-09-03 10:56:36 cri

ເວລາ 9 ໂມງ 22 ນາທີຂອງວັນທີ 3 ກັນຍານີ້, ຢູ່ຖານສົ່ງດາວທຽມຊີ່ສ່າງຂອງຈີນ, ຈີນໄດ້ສົ່ງດາວທຽມສຳຫຼວດໄລຍະໄກໜ່ວຍ 02 ເລກ 43 ຂຶ້ນສູ່ອະວະກາດດ້ວຍຈະຫຼວດສົ່ງຍານ CZ-4B ຢ່າງສຳເລັດຜົນ. ດາວທຽມດັ່ງກ່າວໄດ້ເຂົ້າສູ່ວົງໂຄຈອນຢ່າງສະດວກ, ພາລະກິດການສົ່ງດາວທຽມໃນຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ດາວທຽມດັ່ງກ່າວແມ່ນຖືກນຳໃຊ້ໃນພາລະກິດການທົດລອງເຕັກນິກໃໝ່ສຳລັບດາວທຽມວົງໂຄຈອນລະດັບຕ່ຳ.