ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີເຄນຢາ

2024-09-03 16:23:17 CRI


ຕອນເຊົ້າວັນທີ 3 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານວິວລຽມ ຊາໂມເອ ຣູໂຕ ປະທານາທິບໍດີເຄນຢາຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງໃນໂອກາດທີ່ທ່ານເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ.

 

ທ່ານສີຈິ້ນຜິງຊີ້ອອກວ່າ, ມິດຕະພາບຈີນ-ເຄນຢາມີມາແຕ່ດົນນານແລ້ວ, ໄດ້ພັດທະນາຈາກການຕໍ່ສູ້ເພື່ອປົດປ່ອຍຊາດ, ແລະລົງສູ່ລວງເລິກໃນຂະບວນການທີ່ສະແຫວງຫາຄວາມຈະເລີນຮຸ່ງເຮືອງຂອງຊາດ. ຈີນ ແລະ ເຄນຢາໄດ້ຮ່ວມກັນກ້າວເດີນຢູ່ແຖວໜ້າແຫ່ງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຢ່າງສະເໝີຕົ້ນສະເໝີປາຍ, ໄດ້ສ້າງໂຄງການຕົວແບບທີ່ເຊື່ອມໂຍງເຊື່ອມຈອດກັນຈຳນວນຫຼວງຫຼາຍ, ເຊິ່ງໄດ້ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງພາກພື້ນຢ່າງແຂງແຮງ, ແລະໄດ້ສ້າງຜົນປະໂຫຍດໃຫ້ກັບປະຊາຊົນສອງຊາດ.

 

ທ່ານຣູໂຕກ່າວວ່າ, ຂອບໃຈຝ່າຍຈີນທີ່ຈັດກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາໃນຄັ້ງນີ້, ເຊິ່ງໄດ້ສະໜອງເວທີສຳຄັນ ແລະ ໂອກາດໃຫ້ແກ່ອາຟຣິກາ ແລະຈີນ ເພື່ອຮ່ວມກັນສະແຫວງຫາການພັດທະນາໃນອະນາຄົດ. ເຄນຢາຫວັງວ່າ ຈະຖືກອງປະຊຸມສຸດຍອດຄັ້ງນີ້ເປັນກາລະໂອກາດ ຊຸກຍູ້ໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງເຄນຢາ-ຈີນຂະຫຍາຍຕົວຕື່ມອີກ.