ທ່ານສີຈິ້ນຜິງພົບປະກັບປະທານຄະນະກຳມາທິການສະຫະພາບອາຟຣິກາ

2024-09-03 16:48:46 cri

ຕອນເຊົ້າວັນທີ 3 ກັນຍານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງຂອງຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານມູຊາ ຟາກີ ມາຮາເມັດ ປະທານຄະນະກຳມາທິການສະຫະພາບອາຟຣິກາ ທີ່ເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ.

ທ່ານສີຈິ້ນຜິງຊີ້ອອກວ່າ: ໃນຊຸມປີທີ່ຜ່ານມາ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງຈີນກັບສະຫະພາບອາຟຣິກາໄດ້ສືບຕໍ່ລົງສູ່ລວງເລິກ ແລະ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນໃນວຽກງານພາກພື້ນ ແລະ ສາກົນ. ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນທີ່ໄດ້ເຫັນວ່າ: ສູນຄວບຄຸມພະຍາດອາຟຣິກາທີ່ຈີນຊ່ວຍເຫຼືອສະຫະພາບອາຟຣິການັ້ນ ໄດ້ສ້າງສຳເລັດ ແລະ ເປີດນຳໃຊ້ແລ້ວ ເຊິ່ງໄດ້ປະກອບສ່ວນເຂົ້າໃນວຽກງານສາທາລະນະສຸກຂອງອາຟຣິກາ ກໍຄືສຸຂະພາບ ແລະ ຄວາມຜາສຸກຂອງປະຊາຊົນອາຟຣິກາ. ຈີນຍິນດີຖືໂອກາດຈັດກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາໃນຄັ້ງນີ້ ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງຈີນກັບສະຫະພາບອາຟຣິກາໃຫ້ໄດ້ຮັບຜົນສຳເລັດຫຼາຍກວ່າເກົ່າ ແລະ ຊຸກຍູ້ການກໍ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາໃຫ້ກ້າວຂຶ້ນສູ່ລະດັບໃໝ່.

ທ່ານມູຊາ ຟາກີ ມາຮາເມັດກ່າວວ່າ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຂໍ້ລິເລີ່ມກ່ຽວກັບການພັດທະນາທົ່ວໂລກ, ຂໍ້ລິເລີ່ມກ່ຽວກັບຄວາມໝັ້ນຄົງທົ່ວໂລກ, ຂໍ້ລິເລີ່ມກ່ຽວກັບອະລິຍະທຳທົ່ວໂລກ ແລະ ຂໍ້ລິເລີ່ມອັນສຳຄັນອື່ນໆທີ່ສະເໜີໂດຍທ່ານສີຈິ້ນຜິງ ມີຄວາມສຳຄັນເປັນຢ່າງຍິ່ງຕໍ່ບັນດາປະເທດໃນ “ພາກໃຕ້ໂລກ” ໃນການເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມື ກໍຄືຊຸກຍູ້ລະບົບບໍລິຫານທົ່ວໂລກໃຫ້ມີຄວາມຍຸຕິທຳ ແລະ ສົມເຫດສົມຜົນຫຼາຍກວ່າເກົ່າ. ສະຫະພາບອາຟຣິກາຫວັງວ່າຈີນຈະສືບຕໍ່ເສີມຂະຫຍາຍບົດບາດນຳພາທີ່ສຳຄັນ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຊ່ວຍອາຟຣິກາຫັນເປັນຄວາມທັນສະໄໝ ກໍຄືສັນຕິພາບ ແລະ ການພັດທະນາຂອງໂລກ.