ເມື່ອຫວນຄືນເລື່ອງນີ້, ປະຊາຊົນຈີນ “ຮູ້ສຶກອົບອຸ່ນຫຼາຍ”

2024-09-03 18:24:51 CRI

“ຫຼັງຈາກເກີດແຜ່ນດິນໄຫວຂະໜາດໃຫຍ່ທີ່ສຸດຢູ່ເມືອງເວີ້ນຊວນຂອງຈີນເມື່ອວັນທີ 12 ພຶດສະພາ 2008, ປະເທດອາຟຣິກາໄດ້ພາກັນໃຫ້ການຊ່ວຍເຫຼືອ, ເຖິງວ່າບາງປະເທດອາຟຣິກາບໍ່ຮັ່ງມີ, ປະຊາກອນມີບໍ່ຮອດ 2 ລ້ານຄົນ, ແຕ່ໄດ້ບໍລິຈາກເງິນ 2 ລ້ານເອີໂຣໃຫ້ແກ່ເຂດປະສົບໄພແຜ່ນດິນໄຫວ, ເທົ່າກັບວ່າແຕ່ລະຄົນໄດ້ບໍລິຈາກເງິນ 1 ເອີໂຣ, ມິດຕະພາບດັ່ງກ່າວໄດ້ເຮັດໃຫ້ປະຊາຊົນຈີນຮູ້ສຶກອົບອຸ່ນຫຼາຍ.

ເດືອນມີນາປີ 2013, ທ່ານສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະເທດອາຟຣິກາ, ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງເພິ່ນພາຍຫຼັງດຳລົງຕຳແໜ່ງປະທານປະເທດຈີນ, ໃນໂອກາດກ່າວປາຖະກະຖາຢູ່ຕັງຊານີ, ທ່ານສີຈິ້ນຜິງ ໄດ້ຫວນຄືນການຊ່ວຍເຫຼືອຢ່າງເອື້ອເຟື້ອເຜື່ອແຜ່ຂອງປະເທດອາຟຣິກາທີ່ມີຕໍ່ຈີນພາຍຫຼັງເກີດແຜ່ນດິນໄຫວຢູ່ເມືອງເວີ້ນຊວນ.

“ຈີນ ແລະ ປະເທດອາຟຣິກາໄດ້ສ້າງສາຍພົວພັນມິດຕະພາບໃນສະພາບການຫຍຸ້ງຍາກ, ການພົວພັນແບບນີ້ແມ່ນຫຼົງລືມບໍ່ໄດ້.” ທ່ານສີຈິ້ນຜິງ ເຄີຍໄດ້ບັນລະຍາຍມິດຕະພາບແບບນີ້ລະຫວ່າງຈີນກັບປະເທດອາຟຣິກາໃນໂອກາດຕ່າງໆ.

ເດືອນມີນາປີ 2013, ທ່ານສີຈິ້ນຜິງ ໄດ້ໄປຢ້ຽມຢາມສາທາລະນະລັດກົງໂກ, ໃນໂອກາດກ່າວປາໄສ, ເພິ່ນໄດ້ເວົ້າເຖິງໂຮງຮຽນປະຖົມມິດຕະພາບຈີນ-ກົງໂກເຊິ່ງເປັນໂຮງຮຽນປະຖົມແຫ່ງໜຶ່ງທີ່ຕັ້ງຢູ່ແຂວງຊິງໄຫຂອງຈີນ.

ຫຼັງຈາກເກີດແຜ່ນດິນໄຫວຢູ່ນະຄອນຢວີ້ຊູ້ແຂວງຊິງໄຫເມື່ອປີ 2010, ປະເທດສາທາລະນະລັດກົງໂກໄດ້ບໍລິຈາກເງິນ ແລະ ສ້າງໂຮງຮຽນປະຖົມແຫ່ງໜຶ່ງຢູ່ເຂດປະສົບໄພ, ທ່ານເດນິສ໌ຊາຊູ-ເອນກູໂຊ ປະທານາທິບໍດີສາທາລະນະລັດກົງໂກໄດ້ຕັ້ງຊື່ເປັນ “ໂຮງຮຽນປະຖົມມິດຕະພາບຈີນ-ກົງໂກ”. ໃນເວລານັ້ນ, ຈີນໄດ້ພິຈາລະນາເຖິງນະຄອນຢວີ້ຊູຕັ້ງຢູ່ພູພຽງຊິງໄຫ-ຊີ່ຈ້າງ, ການບໍລິຈາກເງິນ ແລະ ສ້າງໂຮງຮຽນປະຖົມກິນນອນແບບຄົບຊຸດມີຕົ້ນທຶນອ່າວຫຼາຍ, ສຳລັບ ສ.ກົງໂກແລ້ວແມ່ນມີຄວາມຫຍຸ້ງຍາກ, ສະນັ້ນ, ຈີນໄດ້ສະເໜີໃຫ້ກົງໂກບໍລິຈາກເງິນສ້າງອາຄານຮຽນຫຼັງໜຶ່ງ ຫຼື ຫໍສະໝຸດກໍພໍແລ້ວ, ແຕ່ທ່ານເດນິສ໌ຊາຊູ ກ່າວວ່າ: “ບໍ່ວ່າຕົ້ນທຶນຫຼາຍປານໃດກໍຕາມ, ສ.ກົງໂກກໍຈະແບກຫາບ.”

 

ເດືອນກໍລະກົດປີ 2018, ກ່ອນຈະເດີນທາງໄປຢ້ຽມຢາມປະເທດເຊເນການ, ທ່ານສີຈິ້ນຜິງ ໄດ້ລົງບົດຄວາມຜ່ານສື່ມວນຊົນເຊເນການ, ແລະໄດ້ເວົ້າເຖິງ “ໂຄງການຂຸດນ້ຳບາດານ” ຢູ່ຊົນນະບົດທີ່ຈີນໃຫ້ທຶນຊ່ວຍເຫຼືອ.

ເຊເນການຢູ່ໃກ້ກັບທະເລຊາຍຊາຮາຣາ, ຢູ່ຊົນນະບົດທີ່ຫ່າງໄກຫຼາຍຈາກຕົວເມືອງນັ້ນ, ການຊົມໃຊ້ນ້ຳຂັ້ນພື້ນຖານຂອງຊາວບ້ານແມ່ນຫຍຸ້ງຍາກທີ່ສຸດ.

ເດືອນມີນາປີ 2017, ໂຄງການຂຸດນ້ຳບາດານຢູ່ຊົນນະບົດເລີ່ມປະຕິບັດຢູ່ເຊເນການ, ໂຄງການນີ້ໄດ້ປົກຄຸມເຖິງ 12 ເຂດໃນຈຳນວນທັງໝົດ 14 ເຂດຂອງປະເທດເຊເນການ. ໂຄງການດັ່ງກ່າວ “ບໍ່ພຽງແຕ່ໄດ້ແກ້ໄຂບັນຫານ້ຳຕື່ມນ້ຳໃຊ້ຂອງປະຊາກອນເຊເນການປະມານ 1 ສ່ວນ 7 ” ເທົ່ານັ້ນ, ຫາກຍັງໄດ້ສ້າງໂອກາດປະກອບອາຊີບຕື່ມອີກ 3.000 ກວ່າຕຳແໜ່ງ.

 


ໃນໄລຍະຫຼາຍສິບປີຜ່ານມາ, ໜ່ວຍແພດຍັງເປັນທູດມິດຕະພາບປະຊາຊົນລະຫວ່າງຈີນກັບປະເທດອາຟຣິກາ. ເລີ່ມແຕ່ຈີນໄດ້ສົ່ງໜ່ວຍແພດຊ່ວຍເຫຼືອຕ່າງປະເທດໜ່ວຍທຳອິດໄປອານເຊຣີເມື່ອປີ 1963 ເປັນຕົ້ນມາ, ໃນໄລຍະ 60 ກວ່າປີຜ່ານມາ, ຈີນລວມໄດ້ສົ່ງພະນັກງານການແພດລວມທັງໝົດ 25.000 ກວ່າເທື່ອຄົນໄປ 48 ປະເທດອາຟຣິກາ. ພຽງແຕ່ອານເຊຣີປະເທດດຽວ, ໜ່ວຍແພດຈີນໄດ້ຊ່ວຍແມ່ຍິງອານເຊຣີ 2 ລ້ານກວ່າເທື່ອຄົນເກີດລູກ, ເດັກນ້ອຍອານເຊຣີຫຼາຍຄົນໄດ້ຖືກຕັ້ງຊື່ເປັນ “china”.

ປັດຈຸບັນ, ພາຍໃຕ້ຂອບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເລື່ອງລາວອັນອົບອຸ່ນທີ່ສາມາດເປັນສັກຂີພິຍານໃຫ້ແກ່ມິດຕະພາບລະຫວ່າງຈີນກັບປະເທດອາຟຣິກາກຳລັງເກີດຂຶ້ນ, ກໍຄືຄວາມເວົ້າຂອງທ່ານສີຈິ້ນຜິງ ທີ່ວ່າ: ຈີນ ແລະ ປະເທດອາຟຣິກາເວລາໃດກໍເປັນປະຊາຄົມຮ່ວມຊາຕາກຳ.