ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີອາຟຣິກາໃຕ້ ຈີນ ແລະ ອາຟຣິກາໃຕ້ຍົກລະດັບການພົວພັນລະຫວ່າງສອງຝ່າຍ

2024-09-03 14:53:19 CRI

 

ຕອນບ່າຍວັນທີ 2 ກັນຍານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານຊີຣິວ ຣາມາໂຟຊາ ປະທານາທິບໍດີອາຟຣິກາໃຕ້ ໃນໂອກາດທີ່ທ່ານເດີນທາງມາຈີນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ ພ້ອມທັງຢ້ຽມຢາມຈີນທາງລັດຖະກິດ. ປະມຸກລັດຂອງສອງປະເທດໄດ້ປະກາດວ່າ ຈະຍົກລະດັບສາຍພົວພັນລະຫວ່າງຈີນ ແລະ ອາຟຣິກາໃຕ້ຂຶ້ນເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດຄົບວົງຈອນໃນຍຸກໃໝ່.


ທ່ານສີຈິ້ນຜິງກ່າວເນັ້ນວ່າ: “ໂດຍເລັງໃສ່ການກຳນົດທິດທາງໃໝ່ຂອງສາຍພົວພັນລະຫວ່າງຈີນ-ອາຟຣິກາໃຕ້, ສອງຝ່າຍຄວນກຳແໜ້ນ “ສາມທິດທາງ” ຄື ໜຶ່ງແມ່ນທິດທາງການເມືອງທີ່ກ້າວໜ້າຮ່ວມກັນ, ນຳພາສາຍພົວພັນລະຫວ່າງສອງ ປະເທດດ້ວຍຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດທີ່ມີລະດັບສູງ ເພື່ອໃຫ້ສາຍພົວພັນລະຫວ່າງສອງປະເທດກ້າວເດີນໄປຂ້າງໜ້າດ້ວຍບາດກ້າວໃຫຍ່. ສອງແມ່ນທິດທາງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ເສດຖະກິດດີຈີຕອນ, ປັນຍາປະດິດ ແລະ ພະລັງງານໃໝ່ເປັນຕົ້ນ. ສາມແມ່ນທິດທາງຈິດໃຈຂອງປະຊາຊົນທີ່ມີໄມຕີຈິດມິດຕະພາບຕໍ່ກັນໄປທຸກເຊັ່ນຄົນ, ເພີ່ມທະວີການແລກປ່ຽນ ແລະຮ່ວມມືໃນການພັດທະນາຊັບພະຍາກອນມະນຸດ, ເລັ່ງລັດຊຸກຍູ້ການດຳເນີນໂຄງການໂຮງງານສາທິດອາຊີວະສຶກສາ ແລະ ສູນອົບຮົມວິຊາຊີບ, ໃຫ້ທຶນການສຶກສາ ແລະ ໂອກາດການສຶກສາຕໍ່-ການອົບຮົມແກ່ ຊາວໜຸ່ມອາຟຣິກາໃຕ້ຫຼາຍກວ່າເກົ່າ.


ທ່ານຊີຣິວ ຣາມາໂຟຊາ ກ່າວວ່າ: “ຂອບໃຈນຳຝ່າຍຈີນທີ່ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າແກ່ການພັດທະນາເສດຖະກິດ-ສັງຄົມຂອງອາຟຣິກາໃຕ້, ເຊື່ອໝັ້ນວ່າ: ຈີນລົງເລິກການປະຕິຮູບຕື່ມອີກຢ່າງຮອບດ້ານ ແລະ ການຊຸກຍູ້ຄວາມທັນສະໄໝແບບຈີນ ຍ່ອມຈະສະໜອງໂອກາດໃຫ້ແກ່ອາຟຣິກາໃຕ້ ກໍຄືປະເທດອື່ນໆໃນ “ພາກໃຕ້ໂລກ” ຫຼາຍກວ່າເກົ່າ.