ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີນີເຊຣີ

2024-09-04 10:22:53 CRI

ຕອນບ່າຍວັນທີ 3 ກັນຍານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານໂບລາ ຕີນູບູ ປະທານາທິບໍດີນີເຊຣີ ໃນໂອກາດທີ່ທ່ານເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ ພ້ອມທັງຢ້ຽມຢາມຈີນທາງລັດຖະກິດ. ປະມຸກລັດຂອງສອງປະເທດໄດ້ປະກາດວ່າ ຈະຍົກລະດັບສາຍພົວພັນລະຫວ່າງຈີນ-ນີເຊຣີຂຶ້ນເປັນສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ.


ທ່ານສີຈິ້ນຜິງຊີ້ອອກວ່າ: ໃນຊຸມປີຜ່ານມານີ້, ຈີນ ແລະ ນີເຊຣີໄດ້ຮ່ວມກັນດຳເນີນໂຄງການຮ່ວມມືທີ່ມີລັກສະນະຍຸດທະສາດ ແລະ ມີລັກສະນະສາທິດຈຳນວນຫຼາຍ ໃນຂອບເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ. ຈີນພວມລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ ເຊິ່ງຈະສ້າງໂອກາດໃຫ້ແກ່ການພັດທະນາສາຍພົວພັນລະຫວ່າງສອງປະເທດຫຼາຍກວ່າເກົ່າ. ສອງຝ່າຍຈະຮ່ວມມືກັນດ້ວຍຄຸນນະພາບສູງ ເພື່ອບັນລຸການຫັນເປັນທັນສະໄໝຮ່ວມກັນ ແລະ ຊຸກຍູ້ໃຫ້ສາຍພົວພັນລະຫວ່າງສອງປະເທດພັດທະນາກ້າວຂຶ້ນຫຼາຍກວ່າເກົ່າ.


ທ່ານໂບລາ ຕີນູບູ ກ່າວວ່າ: ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຈີນໄດ້ຮັບຜົນງານອັນຍິ່ງໃຫຍ່, ປັດຈຸບັນ, ນີເຊຣີພວມຊຸກຍູ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເຊັ່ນດຽວກັນ, ນີເຊຣີ ແລະ ຈີນລົງເລິກການຮ່ວມມືດ້ານເສດຖະກິດ ແລະ ພັດທະນາສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ແມ່ນມີຄວາມສຳຄັນເປັນຢ່າງຍິ່ງຕໍ່ການພັດທະນາໃນອະນາຄົດຂອງນີເຊຣີ. ນີເຊຣີຍິນດີຕ້ອນຮັບວິສາຫະກິດຈີນໄປລົງທຶນຢູ່ນີເຊຣີຫຼາຍກວ່າເກົ່າ.