ສັບປະດາແຟຊັນເຄື່ອງນຸ່ງຫົ່ມສາກົນຈີນຊຸດລະດູບານໃໝ່ແລະລະດູຮ້ອນປີ 2025 ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2024-09-04 10:48:57 cri

ວັນທີ 3 ກັນຍານີ້, ສັບປະດາແຟຊັນເຄື່ອງນຸ່ງຫົ່ມສາກົນຈີນຊຸດລະດູບານໃໝ່ແລະລະດູຮ້ອນປີ 2025 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ


ສັບປະດາແຟຊັນເຄື່ອງນຸ່ງຫົ່ມຄັ້ງນີ້ໄດ້ດຶງດູດນາຍຊ່າງອອກແບບ 400 ກວ່າຄົນຈາກເກືອບ 260 ຍີ່ຫໍ້ໃນ 6 ປະເທດ ເຊັ່ນ: ໂອຕຣິສ ແລະ ຫວຽດນາມເປັນຕົ້ນມາເຂົ້າຮ່ວມ ໂດຍໄດ້ເຜີຍແຜ່ທ່າອຽງແຟຊັນຊຸດຜູ້ຊາຍ, ຊຸດຜູ້ຍິງ, ຊຸດພິທີການໃນລະດູບານໃໝ່ ແລະ ລະດູຮ້ອນໃນປີໜ້າໃຫ້ຜູ້ຊົມກັບທີ່ ແລະ ຜູ້ບໍລິໂພກໄດ້ຮູ້ຈັກ ໂດຍຜ່ານຈາກ 8 ພາກສ່ວນ ເຊັ່ນ: ງານເຜີຍແຜ່ສະເພາະ, ການແຂ່ງຂັນວິຊາການ ແລະອື່ນໆ.