ຈີນມີອີກ 3 ແຫ່ງຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກທໍລະນີໂລກ

2024-09-04 10:26:38 cri

ກອງປະຊຸມຖະແຫຼງຂ່າວ ທີ່ສະຖາບັນຄົ້ນຄວ້າຊີວະສັດບູຮານທໍລະນີໜານກິ່ງຂອງສະພາບັນດິດວິທະຍາສາດຈີນຈັດຂຶ້ນໃນວັນທີ 3 ກັນຍານີ້ໃຫ້ຮູ້ວ່າ: ໃນກອງປະຊຸມທໍລະນີສາກົນຄັ້ງທີ 37 ທີ່ຈັດຂຶ້ນຢູ່ນະຄອນປູຊານປະເທດສ.ເກົາຫຼີ, ຈີນມີອີກ 3 ແຫ່ງຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກທໍລະນີໂລກໃນ 100 ແຫ່ງຂອງສະຫະພັນວິທະຍາສາດທໍລະນີສາກົນຊຸດທີ 2  ເຊິ່ງພົວພັນເຖິງຂົງເຂດຊີວະສັດບູຮານ, ສະພາບພູມສັນຖານ ແລະ ຂະບວນການເຄື່ອນໄຫວດ້ານທໍລະນີ. ນັບມາຮອດປັດຈຸບັນ, ຈີນມີມໍລະດົກທໍລະນີ 10 ແຫ່ງຖືກຈັດເຂົ້າໃນບັນຊີລາຍຊື່ດັ່ງກ່າວແລ້ວ.