ທ່ານສີຈິ້ນຜິງກ່າວວ່າ: ຈີນ ແລະ ອາຟຣິກາຕ້ອງຮ່ວມມືກັນຊຸກຍູ້ “ຄວາມທັນສະໄໝ 6 ຢ່າງ”

2024-09-05 15:39:54 cri

ຕອນເຊົ້າວັນທີ 5 ກັນຍານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງຂອງຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີໄຂກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ.

ທ່ານສີຈິ້ນຜິງຊີ້ອອກວ່າ: ອາຟຣິກາກຳລັງມີຄວາມຕື່ນຕົວໃໝ່ ແລະ ມຸ່ງໜ້າໄປສູ່ເປົ້າໝາຍຄວາມທັນສະໄໝທີ່ກຳນົດໄວ້ໃນວາລະປີ 2063 ຂອງສະຫະພາບອາຟຣິກາຢ່າງໝັ້ນທ່ຽງ. ຈີນ ແລະ ອາຟຣິກາຮ່ວມກັນສະແຫວງຫາຄວາມໃຝ່ຝັນດ້ານຄວາມທັນສະໄໝ ຍ່ອມຈະສ້າງກະແສຄວາມທັນສະໄໝ “ພາກໃຕ້ໂລກ” ແລະ ຂຽນປະຫວັດສາດໜ້າໃໝ່ຂອງການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ຈີນ ແລະ ອາຟຣິກາຕ້ອງຮ່ວມມືກັນຊຸກຍູ້ “ຄວາມທັນສະໄໝ 6 ຢ່າງ” ຄື: ຕ້ອງຮ່ວມມືກັນຊຸກຍູ້ຄວາມທັນສະໄໝທີ່ຍຸຕິທຳ ແລະ ສົມເຫດສົມຜົນ, ຕ້ອງຮ່ວມມືກັນຊຸກຍູ້ຄວາມທັນສະໄໝທີ່ເປີດກວ້າງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຕ້ອງຮ່ວມມືກັນຊຸກຍູ້ຄວາມທັນສະໄໝທີ່ປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ, ຕ້ອງຮ່ວມມືກັນຊຸກຍູ້ຄວາມທັນສະໄໝທີ່ກວມລວມ, ຕ້ອງຮ່ວມມືກັນຊຸກຍູ້ຄວາມທັນສະໄໝທີ່ເປັນມິດຕໍ່ສິ່ງແວດລ້ອມນິເວດ ແລະ ຕ້ອງຮ່ວມມືກັນຊຸກຍູ້ຄວາມທັນສະໄໝທີ່ມີສັນຕິພາບ ແລະ ສະຖຽນລະພາບ.