ທ່ານສີຈິ້ນຜິງກ່າວວ່າ: ຈີນ ແລະ ອາຟຣິກາໄດ້ເປັນແບບຢ່າງຂອງການພົວພັນສາກົນແບບໃໝ່

2024-09-05 10:59:39 cri

ຕອນເຊົ້າວັນທີ 5 ກັນຍານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງຂອງຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີໄຂກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ.

ທ່ານສີຈິ້ນຜິງຊີ້ອອກວ່າ: ເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາໄດ້ສ້າງຕັ້ງຂຶ້ນໃນປີ 2000 ເຊິ່ງມີຄວາມໝາຍສຳຄັນເປັນຂີດໝາຍໃນປະຫວັດສາດການພົວພັນຈີນ-ອາຟຣິກາ. ໃນຮອບ 24 ປີຜ່ານມາ ໂດຍສະເພາະແມ່ນນັບແຕ່ຍຸກໃໝ່ເປັນຕົ້ນມາ, ຈີນ ແລະ ພີ່ນ້ອງຊາວອາຟຣິກາໄດ້ຮ່ວມມືກັນກ້າວໄປຂ້າງໜ້າບົນພື້ນຖານທັດສະນະຄວາມຮັກແພງ ແລະ ຈິງໃຈຕໍ່ກັນ. ພວກເຮົາໄດ້ຄຽງບ່າຄຽງໄຫຼ່ກັນ ແລະ ຈັບມືກັນ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງກັນ; ພວກເຮົາໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ຕົນເອງໃນກະແສເສດຖະກິດໂລກາພິວັດ ໂດຍໄດ້ຮັບໝາກຜົນຢ່າງອຸດົມສົມບູນ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຈີນ ແລະ ອາຟຣິກາ; ພວກເຮົາໄດ້ຮ່ວມທຸກຮ່ວມສຸກກັນ ແລະ ສູ້ຊົນຮ່ວມກັນຢູ່ຕໍ່ໜ້າໄພພິບັດໃຫຍ່ ແລະ ການແພ່ລະບາດຂອງພະຍາດຂະໜາດໃຫຍ່ ໂດຍໄດ້ຂຽນເລື່ອງເລົ່າຕ່າງໆທີ່ຊາບຊື້ງໃຈກ່ຽວກັບໄມຕີຈິດມິດຕະພາບຈີນ-ອາຟຣິກາ; ພວກເຮົາໄດ້ເຂົ້າໃຈກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢ່າງສະເໝີຕົ້ນສະເໝີປາຍ ເຊິ່ງໄດ້ກາຍເປັນແບບຢ່າງຂອງການພົວພັນສາກົນແບບໃໝ່.