ທ່ານສີຈິ້ນຜິງປະກາດວ່າ: ສາຍພົວພັນສອງຝ່າຍລະຫວ່າງຈີນກັບບັນດາປະເທດອາຟຣິກາທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນ ໄດ້ຍົກສູງຂຶ້ນສູ່ລະດັບສາຍພົວພັນຍຸດທະສາດ

2024-09-05 14:15:41 CRI


ຕອນເຊົ້າວັນທີ 5 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງຂອງຈີນ ພ້ອມທັງກ່າວຄຳປາໄສພິເສດພາຍໃຕ້ຫົວຂໍ້ກອງປະຊຸມ. ທ່ານສີຈິ້ນຜິງປະກາດວ່າ, ສາຍພົວພັນສອງຝ່າຍລະຫວ່າງຈີນກັບບັນດາປະເທດອາຟຣິກາທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນໄດ້ຮັບການຍົກສູງຂຶ້ນເປັນລະດັບສາຍພົວພັນຍຸດທະສາດ, ສາຍພົວພັນຈີນ-ອາຟຣິກາໂດຍລວມໄດ້ຍົກສູງຂຶ້ນເປັນປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາໃນທຸກສະພາບການໃນຍຸກໃໝ່.


ທ່ານສີຈິ້ນຜິງຊີ້ອອກວ່າ, ໂດຍຜ່ານການພັດທະນາຢ່າງຂະຫຍັນຂັນແຂງມາເປັນເວລາເກືອບ 70 ປີ, ສາຍພົວພັນຈີນ-ອາຟຣິກາພວມຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ. ໂດຍຫັນໜ້າສູ່ອະນາຄົດ, ຂ້າພະເຈົ້າສະເໜີວ່າ, ຈະຈັດເອົາສາຍພົວພັນສອງຝ່າຍລະຫວ່າງຈີນກັບບັນດາປະເທດອາຟຣິກາທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນນັ້ນຂຶ້ນເປັນລະດັບສາຍພົວພັນຍຸດທະສາດ, ແລະກຳນົດເອົາສາຍພົວພັນຈີນ-ອາຟຣິກາໂດຍລວມ ຍົກສູງຂຶ້ນເປັນປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາໃນທຸກສະພາບການໃນຍຸກໃໝ່.