ທ່ານສີຈິ້ນຜິງກ່າວວ່າ: ມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ ແລະ ອາຟຣິກາຈະສືບທອດຕໍ່ໆກັນໄປ ແລະ ຈະມີຄວາມໝັ້ນແກ່ນຊົ່ວກາລະນານ

2024-09-05 14:40:09 CRI

 

ຕອນຄ່ຳວັນທີ 4 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນພ້ອມດ້ວຍທ່ານນາງເຜິງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ ເພື່ອຕ້ອນຮັບແຂກຜູ້ມີກຽດຈາກອາຟຣິກາ ແລະ ອົງການຈັດຕັ້ງສາກົນ ທີ່ເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງເວທີເປິກສາກາລືການຮ່ວມມືຈີນ-ອາຟຣິກາ.


ທ່ານສີຈິ້ນຜິງກ່າວວ່າ: ບໍ່ວ່າເທື່ອໃດ ເມື່ອພົບປະກັບເພື່ອນມິດຈາກອາຟຣິກາ, ຂ້າພະເຈົ້າກໍຮູ້ສຶກມີຄວາມໃກ້ຊິດກັນຫຼາຍ, ຂ້າພະເຈົ້າມີຄວາມຮູ້ສຶກທີ່ເລິກເຊິ່ງເປັນຢ່າງຍິ່ງວ່າ: ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາມີພື້ນຖານອັນໜັກແໜ້ນ, ມີຈຸດເລີ່ມຕົ້ນສູງ ແລະ ມີອະນາຄົດອັນກວ້າງຂວາງ, ໄດ້ສ້າງແບບຢ່າງທີ່ສະຫວ່າງສະໄຫວໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາແມ່ນສ້າງຂຶ້ນຢູ່ບົນພື້ນຖານຂອງໄມຕີຈິດມິດຕະພາບອັນເປັນມູນເຊື້ອລະຫວ່າງສອງຝ່າຍ. ນັບແຕ່ກາງສະຕະວັດທີ່ແລ້ວເປັນຕົ້ນມາ, ຈີນ ແລະ ອາຟຣິກາໄດ້ບາກບັ່ນຕໍ່ສູ້ຢ່າງຄຽງບ່າຄຽງໄຫຼ່ກັນໃນການຕໍ່ຕ້ານປະເທດຈັກກະພັດ ແລະ ພວກລ່າເມືອງຂຶ້ນ, ເກາະແຂນກັນກ້າວເດີນໄປຂ້າງໜ້າຢູ່ບົນເສັ້ນທາງແຫ່ງການພັດທະນາຄວາມຈະເລີນຮຸ່ງເຮືອງ ແລະ ການບັນລຸຄວາມຝັນຂອງການຫັນເປັນທັນສະໄໝ. ບໍ່ວ່າສະພາບການສາກົນຈະມີການຜັນແປປ່ຽນແປງໄປເປັນແນວໃດກໍຕາມ, ຈີນ ແລະ ອາຟຣິກາກໍຈະສືບທອດມິດຕະພາບອັນເປັນມູນເຊື້ອລະຫວ່າງສອງຝ່າຍ ທັງມີຄວາມໝັ້ນແກ່ນຊົ່ວກາລະນານ.