ທ່ານສີຈິ້ນຜິງກ່າວວ່າ: ຢູ່ບົນເສັ້ນທາງຫັນເປັນທັນສະໄໝ ບໍ່ໃຫ້ຂາດແມ່ນແຕ່ຜູ້ດຽວ ແລະບໍ່ອາດຖິ້ມປະເທດໃດໄວ້ທາງຫຼັງ

2024-09-05 14:12:03 CRI


ຕອນເຊົ້າວັນທີ 5 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງຂອງຈີນ ພ້ອມທັງກ່າວຄຳປາໄສພິເສດພາຍໃຕ້ຫົວຂໍ້ກອງປະຊຸມ.

 

ທ່ານສີຈິ້ນຜິງຊີ້ອອກວ່າ, ສຸພາສິດອາຟຣິກາລະບຸວ່າ “ຜູ້ຮ່ວມເສັ້ນທາງຈຶ່ງເປັນເພື່ອນມິດແທ້”. ຢູ່ບົນເສັ້ນທາງຫັນເປັນທັນສະໄໝ ຈະບໍ່ໃຫ້ຂາດແມ່ນແຕ່ຜູ້ດຽວ ແລະບໍ່ອາດຖິ້ມປະເທດໃດໄວ້ທາງຫຼັງ. ຂໍໃຫ້ພວກເຮົາເຕົ້າໂຮມກຳລັງແຮງອັນຍິ່ງໃຫຍ່ຂອງປະຊາຊົນຈີນ-ອາຟຣິກາຈຳນວນ 2,8ຕື້ກວ່າຄົນ, ຮ່ວມກັນກ້າວເດີນໄປຂ້າງໜ້າຢູ່ບົນຂະບວນການຫັນເປັນທັນສະໄໝ,  ຊຸກຍູ້ການຫັນເປັນທັນສະໄໝຂອງພາກໃຕ້ໂລກດ້ວຍຄວາມທັນສະໄໝຂອງຈີນ ແລະ ອາຟຣິກາ, ວາດພາບໃໝ່ໃນປະຫວັດສາດແຫ່ງການພັດທະນາຂອງມວນມະນຸດ, ຮ່ວມກັນຊຸກຍູ້ໃຫ້ໂລກກ້າວໄປສູ່ອະນາຄົດອັນສະຫວ່າງສະໄຫວທີ່ມີສັນຕິພາບ ໝັ້ນຄົງ ຈະເລີນຮຸ່ງເຮືອງ ແລະ ກ້າວໜ້າ.