ຈີນຈະບໍ່ເກັບພາສີຕໍ່ສິນຄ້າສົ່ງອອກມາຈີນຂອງປະເທດດ້ອຍພັດທະນາ

2024-09-06 10:39:58 cri

ຕອນເຊົ້າວັນທີ 5 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສໃນພິທີໄຂກອງປະຊຸມສຸດຍອດປັກກິ່ງຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາວ່າ: ຈີນຍິນດີເປີດຕະຫຼາດພຽງແຕ່ຝ່າຍດຽວຢ່າງກວ້າງຂວາງກວ່າເກົ່າ ແລະ ຕົກລົງຍົກເວັ້ນພາສີ 100% ຕໍ່ສິນຄ້າສົ່ງອອກມາຈີນ  ຂອງປະເທດດ້ອຍພັດທະນາຢູ່ໃນໂລກ ທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນ ເຊິ່ງລວມທັງ 33 ປະເທດອາຟຣິກາ, ຈີນໄດ້ກາຍເປັນປະເທດໃຫຍ່ທີ່ພວມພັດທະນາ ແລະ ກຸ່ມເສດຖະກິດຕົ້ນຕໍຂອງໂລກປະເທດທຳອິດ ທີ່ໄດ້ປະຕິບັດມາດຕະການດັ່ງກ່າວ ເຊິ່ງຈະຊຸກຍູ້ໃຫ້ຕະຫຼາດໃຫຍ່ຂອງຈີນກາຍເປັນໂອກາດໃຫຍ່ສຳລັບອາຟຣິກາ.