ທ່ານນາງເຜີງລີ້ຢວນແລະພັນລະຍາປະທານາທິບໍດີສາທາລະນະລັດກົງໂກເຂົ້າຮ່ວມງານລ້ຽງນ້ຳຊາ

2024-09-06 16:04:23 cri


ຕອນເຊົ້າວັນທີ 6 ກັນຍານີ້, ທ່ານນາງ ເຜີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນພ້ອມດ້ວຍທ່ານນາງອັນຕອຍເນັດເຕ  ພັນລະຍາຂອງປະທານາທິບໍດີສາທາລະນະລັດກົງໂກໄດ້ເຂົ້າຮ່ວມງານລ້ຽງນ້ຳຊາຢູ່ນະຄອນຫຼວງປັກກິ່ງ. ໃນໂອກາດດັ່ງກ່າວ, ທ່ານນາງເຜີງລີ້ຢວນໄດ້ສະແດງຄວາມຍ້ອງຍໍຊົມເຊີຍທ່ານນາງ ອັນຕອຍເນັດເຕທີ່ໄດ້ສຸມກຳລັງເຂົ້າໃນການຊຸກຍູ້ການພັດທະນາວຽກງານສາທາລະນະສຸກ ແລະ ການຮັກສາສຸຂະພາບຂອງອາຟຣິກາເປັນໄລຍະຍາວຜ່ານມາ ພ້ອມທັງຢືນຢັນວ່າ ປະຊາຊົນຈີນ ແລະ ສາທາລະນະລັດກົງໂກມີຄວາມສະໜິດສະໜົມກັນປານຄົນໃນຄອບຄົວດຽວກັນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ, ຄອງຄອຍສອງຝ່າຍເພີ່ມທະວີການແລກປ່ຽນ ແລະ ຮ່ວມມືກັນໃນຂົງເຂດຕ່າງໆ, ເພື່ອສ້າງຄວາມສຸກໃຫ້ແກ່ປະຊາຊົນຈີນ-ສ ກົງໂກ ກໍຄື ຈີນ-ອາຟຣິກາ.

ທ່ານນາງ ອັນຕອຍເນັດເຕໄດ້ສະແດງຄວາມຂອບໃຈນຳຝ່າຍຈີນໂດຍສະເພາະທ່ານນາງເຜີງລີ້ຢວນທີ່ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າເພື່ອສົ່ງເສີມວຽກງານສາທາລະນະສຸກ ແລະ ການຮັກສາສຸຂະພາບຂອງປະຊາຊົນອາຟຣິກາ, ວຽກງານແມ່ຍິງແລະເດັກນ້ອຍຂອງອາຟຣິກກາມາໂດຍຕະຫຼອດ, ພ້ອມທັງຢືນຢັນວ່າ ຍິນດີເພີ່ມທະວີການແລກປ່ຽນ ແລະ ຮ່ວມມືຕື່ມອີກກັບຝ່າຍຈີນໃນຂົງເຂດຕ່າງໆເຊັ່ນ ສາທາລະນະສຸກ, ການສຶກສາ ແລະອື່ນໆ ເພື່ອປະກອບສ່ວນເຂົ້າໃນການລົງເລິກມິດຕະພາບລະຫວ່າງຈີນ-ອາຟຣິກາ.