ການສ້າງສາສວນສາທາລະນະແຫ່ງຊາດຂອງຈີນປະສົບຄວາມຄືບໜ້າທີ່ສຳຄັນ

2024-09-06 14:41:42 cri

ວັນທີ 5 ກັນຍານີ້, ອີງຕາມຕົວເລກຂໍ້ມູນທີ່ອົງການປ່າໄມ້ແລະທົ່ງຫຍ້າແຫ່ງຊາດຈີນເປີດເຜີຍສະແດງໃຫ້ເຫັນວ່າ: ປັດຈຸບັນ, ຈາກການຄົ້ນຄວ້າການສ້າງຈຸດທົດລອງຈົນເຖິງການສ້າງຕັ້ງຢາງເປັນທາງການ ແລະ ພັດທະນາຢ່າງຮອບດ້ານ, ການສ້າງສາສວນສາທາລະນະແຫ່ງຊາດຂອງຈີນໄດ້ປະສົບຜົນສຳເລັດທີ່ມີລັກສະນະເປັນຂັ້ນຕອນຢ່າງຈະແຈ້ງ ແລະ ມີຄວາມຄືບໜ້າທີ່ສຳຄັນ: ຈຳນວນແນວພັນຕົ້ນຕໍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນນັ້ນ, ເສືອດາວເຂດໜາວໄດ້ເພີ່ມຂຶ້ນເປັນ 1.200 ກວ່າໂຕ; ຈຳນວນເສືອພາກຕາເວັນອອກສຽງເໜືອຈີນ ແລະ ເສືອດາວພາກຕາເວັນອອກສຽງເໜືອຈີນໄດ້ເພີ່ມຈາກ 27 ໂຕ ແລະ 42 ໂຕ ໃນຕອນຫາກໍ່ສ້າງຕັ້ງຈຸດທົດລອງຂຶ້ນເປັນ 70 ໂຕ ແລະ 80 ໂຕໃນປັດຈຸບັນຕາມລຳດັບ; ຈຳນວນລີງແຂນຍາວໄຫຫຼຳຢູ່ໃນປ່າໄດ້ເພີ່ມຈາກບໍ່ຮອດ 10 ໂຕເມື່ອ 40 ປີກ່ອນຂຶ້ນເປັນ 42 ໂຕ; ແຫຼ່ງກຳເນີດແມ່ນ້ຳຢາງເຊ, ແມ່ນ້ຳເຫຼືອງ ແລະ ແມ່ນ້ຳລ້ານຊ້າງໄດ້ຮັບການປົກປັກຮັກສາແບບກວມລວມ, ໄດ້ປົກປ້ອງໝີແພນດາປ່າ 70%ຂຶ້ນໄປ ແລະ ເຮັດໃຫ້ແລວທາງຊີວະພາບໝີແພນດາ 13 ແຫ່ງເຊື່ອມຕໍ່ເຂົ້າກັນ.