ທ່ານນາງເຜິງລີ້ຢວນພ້ອມດ້ວຍຄູ່ຄອງຂອງຜູ້ນຳປະເທດອາຟຣິກາ ເຂົ້າຮ່ວມກອງປະຊຸມການສຶກສາສຳລັບແມ່ຍິງຈີນ-ອາຟຣິກາ

2024-09-06 15:59:59 cri

ຕອນເຊົ້າວັນທີ 5 ກັນຍານີ້, ກອງປະຊຸມການສຶກສາສຳລັບແມ່ຍິງຈີນ-ອາຟຣິກາທີ່ພາດຫົວຂໍ້ວ່າ “ຈີນ ແລະ ອາຟຣິກາເຄື່ອນໄຫວຮ່ວມກັນ, ການສຶກສາສ້າງຄວາມສາມາດໃຫ້ແກ່ເພດຍິງ” ໄດ້ຈັດຂຶ້ນຢູ່ຫໍຮັບແຂກເມືອງຕ້ຽວຢວີຖາຍ ທີ່ນະຄອນຫຼວງປັກກິ່ງ, ທ່ານນາງເຜິງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ, ທູດພິເສດດ້ານການຊຸກຍູ້ການສຶກສາເດັກຍິງ ແລະ ແມ່ຍິງຂອງອົງການເພື່ອການສຶກສາວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື ອຸຍເນັສໂກ  ໄດ້ເຂົ້າຮ່ວມກອງປະຊຸມພ້ອມທັງກ່າວຄຳປາໄສ, ຄູ່ຄອງ ແລະ ຜູ້ແທນຂອງຜູ້ນຳປະເທດອາຟຣິກາ 26 ປະເທດ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດປັກກິ່ງຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ 2024 ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.

ທ່ານນາງເຜິງລີ້ຢວນໄດ້ກ່າວຄຳປາໄສວ່າ: ຈີນ ແລະ ອາຟຣິກາແມ່ນປະຊາຄົມຮ່ວມຊາຕາກຳທີ່ຮ່ວມທຸກຮ່ວມສຸກນຳກັນ, ແມ່ຍິງຈີນ ແລະ ອາຟຣິກາໄດ້ບັນທຶກປະຫວັດສາດໜ້າໃໝ່ຂອງຄວາມສາມັກຄີ-ການຮ່ວມມື ແລະ ເກາະແຂນກັນກ້າວເດີນໄປຂ້າງໜ້າດ້ວຍຄວາມດຸໝັ່ນຂະຫຍັນພຽນ, ສະຕິປັນຍາ ແລະ ການອຸທິດຕົນ. ໃນການຊຸກຍູ້ການພັດທະນາວຽກງານການສຶກສາສຳລັບແມ່ຍິງ ແລະ ກ້າວໄປສູ່ອະນາຄົດທີ່ດີງາມ, ຈີນ ແລະ ອາຟຣິກາມີອຸດົມການຮ່ວມກັນ, ສອງຝ່າຍຄວນສືບຕໍ່ສົ່ງເສີມນ້ຳໃຈການຮ່ວມມືບົນຈິດໃຈມິດຕະພາບລະຫວ່າງຈີນ-ອາຟຣິກາ, ຮ່ວມກັນຊຸກຍູ້ການສຶກສາສຳລັບເດັກຍິງ ແລະ ແມ່ຍິງໃນທົ່ວໂລກໃຫ້ພັດທະນາໄປສູ່ທິດທາງທີ່ຍຸຕິທຳກວ່າເກົ່າ, ກວມລວມ ແລະ ມີຄຸນນະພາບສູງ ເພື່ອຮ່ວມກັນສ້າງ  ແລະ ຮ່ວມກັນຊົມໃຊ້ໂລກທີ່ດີງາມກວ່າເກົ່າ.