ທ່ານນາງເຜິງລີ້ຢວນ ແລະ ພັນລະຍາປະທານາທິບໍດີເຊເນການເຂົ້າຮ່ວມງານລ້ຽງນ້ຳຊາ

2024-09-06 10:27:33 cri

ຕອນເຊົ້າວັນທີ 4 ກັນຍານີ້, ທ່ານນາງເຜິງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານນາງມາຣີ ພັນລະຍາຂອງປະທານາທິບໍດີປະເທດເຊເນການ ໄດ້ເຂົ້າຮ່ວມງານລ້ຽງນ້ຳຊາທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ.

ທ່ານນາງເຜິງລີ້ຢວນກ່າວວ່າ: ຈີນ ແລະ ເຊເນການມີຄວາມເຊື່ອມສານ ກັນຫຼາຍບ່ອນໃນດ້ານວັດທະນະທຳທີ່ເປັນມູນເຊື້ອ ແລະອື່ນໆ, ຫວັງວ່າປະຊາຊົນສອງຊາດຈະລົງເລິກຄວາມເຂົ້າໃຈກັນ ແລະ ໄມຕີຈິດມິດຕະພາບໃນການແລກປ່ຽນດ້ານວັດທະນະທຳ. ຂ້າພະເຈົ້າຍິນດີຊົມໃຊ້ບົດຮຽນດ້ານການສຶກສາຂອງແມ່ຍິງ, ສຸຂະພາບ, ສາທາລະນະສຸກ ແລະອື່ນໆຮ່ວມກັບທ່ານນາງມາຣີ ເພື່ອຮ່ວມກັນຊຸກຍູ້ການພັດທະນາຂອງພາລະກິດແມ່ຍິງຈີນ-ອາຟຣິກາ.

ທ່ານນາງມາຣີໄດ້ຕີລາຄາສູງຕໍ່ທ່ານນາງເຜິງລີ້ຢວນທີ່ໄດ້ເອົາໃຈໃສ່ແມ່ຍິງ ແລະ ເດັກນ້ອຍຂອງບັນດາປະເທດອາຟຣິກາເຊິ່ງລວມທັງເຊເນການ ກໍຄືປະເທດຈີນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອເພື່ອເພີ່ມຄວາມສຸກໃຫ້ແກ່ປະຊາຊົນເຊເນການ, ຍິນດີຮັດແໜ້ນການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງປະເທດ ເພື່ອຊຸກຍູ້ພາລະກິດໄມຕີຈິດມິດຕະພາບລະຫວ່າງເຊເນການກັບຈີນໃຫ້ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.