ຈີນ-ອາຟຣິກາໄດ້ສ້າງຕົວແບບແຫ່ງການພົວພັນສາກົນແບບໃໝ່

2024-09-06 11:10:09 CRI

 

   ວັນທີ 5 ກັນຍານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄໍາປາໄສຕໍ່ພິທີໄຂກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ.

   ໃນໂອກາດນີ້, ທ່ານ ສີຈິ້ນຜິງ ກ່າວວ່າ: ມິດຕະພາບລະຫວ່າງຈີນ-ອາຟຣິກາໄດ້ຜ່ານສະຖານທີ່ຕ່າງໆ ແລະ ການເວລາ, ໄດ້ຂ້າມພູລຸຍນໍ້າ ແລະ ສືບທອດກັນມາຫຼາຍເຊັ່ນຄົນ. ເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາສ້າງຕັ້ງຂຶ້ນເມື່ອປີ 2000 ເຊິ່ງມີຄວາມໝາຍສຳຄັນທີ່ເປັນຂີດໝາຍປະຫວັດສາດແຫ່ງການພົວພັນລະຫວ່າງຈີນ-ອາຟຣິກາ. ໃນຮອບ 24 ປີໂດຍສະເພາະນັບແຕ່ຍຸກໃໝ່ເປັນຕົ້ນມາ, ຈີນ ແລະ ອ້າຍນ້ອງອາຟຣິກາໄດ້ຍຶດໝັ້ນທັດສະນະທີ່ມີຄວາມຈິງໃຈ, ມີຜົນຕົວຈິງ, ມີມິດຕະພາບຈໍ່ກັນ ແລະ ເຊື່ອໃຈກັນ, ຮ່ວມກັນກ້າວເດີນໄປຂ້າງໜ້າ. ໃນສະພາບການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຂອງໂລກ, ພວກເຮົາໄດ້ຄຽງບ່າຄຽງໄຫຼ່, ຮ່ວມໄມ້ຮ່ວມມື, ປົກປັກຮັກສາສິດຜົນປະໂຫຍດອັນຊອບທໍາຂອງກັນແລະກັນຢ່າງເດັດດ່ຽວ; ຢູ່ທ່າມກາງກະແສຟອງແຫ່ງເສດຖະກິດໂລກາພິວັດ, ພວກເຮົາໄດ້ສ້າງຄວາມເຂັ້ມແຂງໂດຍໄດ້ຮັບຜົນງານອັນອຸດົມສົມບູນ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຈີນ-ອາຟຣິກາຫຼາຍຮ້ອຍລ້ານຄົນ; ເມື່ອປະເຊີນໜ້າກັບໄພພິບັດ ແລະ ການແພ່ລະບາດຂອງພະຍາດຢ່າງຂະ ໜາດໃຫຍ່, ພວກເຮົາໄດ້ຮ່ວມສຸກຮ່ວມທຸກ ແລະ ບຸກບືນສູ້ຊົນນໍາກັນ ໂດຍໄດ້ຂຽນເລື່ອງລາວທີ່ໜ້າປະທັບໃຈຕ່າງໆແຫ່ງໄມຕີຈິດມິດຕະພາບຈີນ-ອາຟຣິກາ; ພວກເຮົາໄດ້ເຂົ້າໃຈ ແລະ ສະໜັບສະໜູນເຊິ່ງກັນແລະກັນມາໂດຍຕະຫຼອດ ໂດຍໄດ້ສ້າງຕົວແບບແຫ່ງການພົວພັນສາກົນແບບໃໝ່.