ຈີນຈະສົ່ງຍານທ່ຽນເວີ້ນ 3 ຂຶ້ນສູ່ອະວະກາດປະມານປີ 2028

2024-09-06 10:45:42 CRI


ວັນທີ 5 ກັນຍານີ້, ໃນກອງປະຊຸມເວທີເປິກສາຫາລືສາກົນ(ທ່ຽນຕູ່)ກ່ຽວກັບການສຳຫຼວດອະວະກາດຊັ້ນເລິກຄັ້ງທີ 2 ທີ່ຈັດຂຶ້ນຢູ່ນະຄອນຫວງສ່ານແຂວງອ່ານຫຸ່ຍ, ທ່ານລິວຈີ້ຈົ່ງ ຫົວໜ້າໃຫຍ່ນັກອອກແບບຂອງພາລະກິດສົ່ງຍານອະວະກາດທ່ຽນເວີ້ນ 3 ແນະນຳໃຫ້ຮູ້ວ່າ, ແຜນດຳເນີນງານຂອງຍານອະວະກາດທ່ຽນເວີ້ນ 3 ຂອງຈີນຈະປະຕິບັດພາລະກິດສົ່ງຍານ 2 ເທື່ອປະມານປີ 2028, ເພື່ອນຳເອົາຕົວຢ່າງຢູ່ດາວອັງຄານກັບຄືນມາໜ່ວຍໂລກ.


ທ່ານລິວຈີ້ຈົ່ງໃຫ້ຮູ້ຕື່ມວ່າ, ພາລະກິດຂອງຍານອະວະກາດທ່ຽນເວີ້ນ 3 ຈະດຳເນີນການຮ່ວມມືສາກົນ ໃນ 3 ດ້ານການບັນທຸກນ້ຳໜັກ, ການຊົມໃຊ້ຕົວຢ່າງ ແລະ ຂໍ້ມູນຮ່ວມກັນ, ການຮ່ວມກັນຄົ້ນຄວ້າແຜນອະນາຄົດ.