ຈີນ-ອາຟຣິກາຈະຂຽນປະຫວັດສາດໜ້າໃໝ່ແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ

2024-09-06 14:58:37 cri


ວັນທີ 5 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສຕໍ່ພິທີໄຂກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງກ່າວວ່າ: ສປ ຈີນຈະຕ້ອນຮັບວັນສະຖາປະນາຄົບຮອບ 75 ປີໃນໄວໆນີ້ ແລະພວມຊຸກຍູ້ການສ້າງສາປະເທດເຂັ້ມແຂງແລະການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນຢ່າງເດັດດ່ຽວໜຽວແໜ້ນ. ສ່ວນອາຟຣິກາພວມຜ່ານຜ່າໄລຍະການສະດຸ້ງຕື່ນຄັ້ງໃໝ່ ແລະກ້າວເດີນໄປສູ່ເປົ້າໝາຍທີ່ຫັນເປັນທັນສະໄໝທີ່ນອນຢູ່ໃນ “ວາລະປີ 2063” ຂອງສະຫະພາບອາຟຣິກາຢ່າງໝັ້ນທ່ຽງ. ຈີນ-ອາຟຣິກາຮ່ວມກັນສະແຫວງຫາຄວາມໃຝ່ຝັນທີ່ຫັນເປັນທັນສະໄໝ, ສິ່ງນີ້ຈະສ້າງກະແສນິຍົມຢູ່ເຂດໂລກໃຕ້ ເຊິ່ງລວມທັງປະເທດພວມພັດທະນາໃນອາຟຣິກາ, ອາເມຣິກາລາຕິນ, ເຂດກາຣາອິບ, ເກາະດອນປາຊີຟິກແລະອາຊີ ເພື່ອຂຽນປະຫວັດສາດໜ້າໃໝ່ແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.