ຈີນ ແລະ ອາຟຣິກາສຸມຄວາມພະຍາຍາມຮ່ວມກັນເພື່ອບັນລຸຄວາມໃຝ່ຝັນທີ່ຫັນເປັນທັນສະໄໝເຮັດໃຫ້ຄົນທັງຫຼາຍຮູ້ສຶກມີຄວາມຕື່ນເຕັ້ນ

2024-09-06 14:45:11 cri

ວັນທີ 5 ກັນຍາ 2024, ກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ.ຈີນ, ຫຼັງຈາກຊົມພິທີໄຂກອງປະຊຸມແລ້ວ, ທ່ານ ອາເດລາດ ມີເນເນ ແຊນີກໂບ ຜູ້ອຳນວຍການໃຫຍ່ສະຖານີໂທລະພາບ Mishapi Voice ຂອງສາທາລະນະລັດກົງໂກ ກ່າວວ່າ:

ຂ້າພະເຈົ້າໄດ້ຟັງຄຳປາໄສຂອງທ່ານສີຈິ້ນຜິງ ດ້ວຍຄວາມຕັ້ງໃຈ

ເພີ່ນໄດ້ເວົ້າວ່າຈີນ ແລະ ປະເທດອາຟຣິກາຄວນຮ່ວມກັນກ້າວເດີນໄປຂ້າງໜ້າໃນຂະບວນການຫັນເປັນທັນສະໄໝ

ຮ່ວມກັນສ້າງອະນາຄົດທີ່ດີງາມເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຂອງປະເທດອາຟຣິກາ

ຂ້າພະເຈົ້າເຊື່ອໝັ້ນວ່າເລື່ອງນີ້ຈະເປັນການປຸກລະດົມຈິດໃຈຂອງປະຊາຊົນອາຟຣິກາ

ຂ້າພະເຈົ້າຍັງຊອກຮູ້ຜົນງານຢ່າງໃຫຍ່ຫຼວງດ້ານການພັດທະນາຂອງປະເທດຈີນຢູ່ນະຄອນເຈິ້ງໂຈ່ວຕື່ມອີກ.