ໃນຈຸດເລີ່ມຕົ້ນໃໝ່, ເສດຖະກິດການຄ້າຈີນ-ອາຟຣິກາຈະເຮັດແນວໃດເພື່ອຕ່າງຝ່າຍຕ່າງຈະໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າ

2024-09-07 14:04:46 cri

ວັນທີ 6 ກັນຍານີ້, ກອງປະຊຸມນັກທຸລະກິດຈີນ-ອາຟຣິກາໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ນອກຈາກຜູ້ຕາງໜ້າຂອງວິສາຫະກິດຈີນແລ້ວ, ຍັງມີຜູ້ຕາງໜ້າວິສາຫະກິດທີ່ມາຈາກ 48 ປະເທດຂອງອາຟຣິກາ ເຊັ່ນ: ເຊເນການ, ອາຟຣິກາໃຕ້ ແລະ ເຄນຢາເປັນຕົ້ນໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ວິສາຫະກິດດັ່ງກ່າວແມ່ນມາຈາກຫຼາຍຂະແໜງການ, ໃນນັ້ນມີຂະແໜງການອຸດສາຫະກຳດັ້ງເດີມ ເຊັ່ນ: ພະລັງງານ-ບໍ່ແຮ່, ພື້ນຖານໂຄງລ່າງ ແລະອື່ໆ ແລະ ກໍມີຂະແໜງການເກີດໃໝ່ ເຊັ່ນ: ວິທະຍາສາດເຕັກໂນໂລຊີເອເລັກໂຕຣນິກ, ດາວທຽມສື່ສານ, ຢາຊີວະພາບ ແລະອື່ນໆ.

ໃນພິທີໄຂກອງປະຊຸມດັ່ງກ່າວ, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນກ່າວວ່າ: ຈີນ ແລະ ອາຟຣິກາຕ້ອງເພີ່ມທະວີການເຊື່ອມຕໍ່ຕະຫຼາດກັນຕື່ມອີກ, ຊຸກຍູ້ໃຫ້ຂະແໜງການຕ່າງໆເຊື່ອມໂຍງເຂົ້າກັນຕື່ມອີກ ແລະ ເພີ່ມທະວີການຂັບເຂື່ອນດ້ວຍການປະດິດສ້າງໃໝ່ຕື່ມອີກ ເພື່ອບັນລຸຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃຫ້ຫຼາຍກວ່າເກົ່າ.

ບັນດານັກທຸລະກິດທີ່ເຂົ້າຮ່ວມກອງປະຊຸມ ຕ່າງກໍໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງໃນການເປີດກວ້າງ ແລະ ການຮ່ວມມື ເຊິ່ງມີຄວາມໝາຍສຳຄັນໃນສະໄໝປັດຈຸບັນທີ່ລັດທິປົກປ້ອງການຄ້າກຳລັງເງີຍຫົວຂຶ້ນອີກ ແລະ ໄດ້ສ້າງພະລັງທີ່ສ້າງສັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃຫ້ແກ່ໂລກ.