ທ່ານຫວາງຢີ້ພົບປະກັບທີ່ເປິກສາອາວຸໂສດ້ານນະໂຍບາຍດິນຟ້າອາກາດສາກົນຂອງປະທານາທິບໍດີອາເມຣິກາ

2024-09-07 12:45:29 cri

ວັນທີ 6 ກັນຍານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານຈອນ ໂປເດສະຕາ ທີ່ເປິກສາອາວຸໂສດ້ານນະໂຍບາຍດິນຟ້າອາກາດສາກົນຂອງປະທານາທິບໍດີອາເມຣິກາ.


ທ່ານຫວາງຢີ້ກ່າວວ່າ: ປີນີ້ແມ່ນຈີນແລະອາເມຣິກາສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 45 ປີ. ຄວາມຍາກລຳບາກຕ່າງໆນານາທີ່ການພົວພັນລະຫວ່າງສອງປະເທດໄດ້ປະສົບພົບພໍ້ຕະຫຼອດໄລຍະ 45 ປີຜ່ານມາ ໄດ້ບົ່ງບອກແກ່ພວກເຮົາວ່າ: ຈີນ ແລະ ອາເມຣິກາຄວນເປັນເພື່ອນມິດ, ບໍ່ຄວນເປັນຄູ່ແຂ່ງ; ຄວນສ້າງຜົນປະໂຫຍດແກ່ກັນ, ບໍ່ຄວນແຂ່ງຂັນກັນດ້ວຍວິທີທີ່ບໍ່ເປັນທຳ; ເວົ້າແລ້ວກໍຄວນປະຕິບັດຢ່າງຈິງຈັງ, ບໍ່ຄວນເຮັດແບບປາກກັບໃຈບໍ່ຕົງກັນ.


ທ່ານຫວາງຢີ້ກ່າວຕື່ມວ່າ: ຈີນຍຶດໝັ້ນເດີນຕາມເສັ້ນທາງການພັດທະນາແບບສີຂຽວ, ກາກບອນຕ່ຳ ແລະ ຍືນຍົງ ພ້ອມທັງຕັ້ງໜ້າເຂົ້າຮ່ວມການຮ່ວມມືສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ຫວັງວ່າອາເມຣິກາຈະຮັກສາຄວາມໝັ້ນທ່ຽງດ້ານນະໂຍບາຍ, ເຄົາລົບຄວາມເປັນຫ່ວງທີ່ສົມເຫດສົມຜົນຂອງຝ່າຍຈີນຢ່າງແທ້ຈິງ, ຫຼີກເວັ້ນລັດທິປົກປ້ອງການຄ້າໂດຍຖືເອົາຄວາມໝັ້ນຄົງເປັນຂໍ້ອ້າງ, ພະຍາຍາມຮ່ວມກັບຝ່າຍຈີນ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍລັກສະນະທົ່ວໂລກ.

ທ່ານຈອນ ໂປເຕສະຕາກ່າວວ່າ: ອາເມຣິກາຍິນດີເພີ່ມທະວີການປະສານງານກັບຈີນ ແລະ ດຳເນີນການຮ່ວມມືທີ່ມີລັກສະນະສ້າງສັນ.