ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີຊູດັງໃຕ້

2024-09-07 15:34:45 CRI

 

ຕອນຄ່ຳວັນທີ 6 ກັນຍານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານຊານວາ ເກຍ ມາຢາດິດ ປະທານາທິບໍດີຊູດັງໃຕ້ ໃນໂອກາດທີ່ທ່ານເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດປັກກິ່ງຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ. ປະມຸກລັດສອງປະເທດໄດ້ປະກາດວ່າ ຈະຍົກລະດັບສາຍພົວພັນລະຫວ່າງສອງປະເທດຂຶ້ນເປັນສາຍພົວພັນຄູ່ຮ່ວມຍຸດທະສາດ.


ທ່ານສີຈິ້ນຜິງກ່າວວ່າ: ຈີນແມ່ນໜຶ່ງໃນປະເທດທີ່ສ້າງຕັ້ງສາຍພົວພັນທາງການທູດກັບຊູດັງໃຕ້. ພາຍຫຼັງສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດຕະຫຼອດໄລຍະ 13 ປີມານີ້, ສອງຝ່າຍມີຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງຢ່າງເລິກເຊິ່ງ, ການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດຕ່າງໆໄດ້ຮັບໝາກຜົນຢ່າງອຸດົມສົມບູນ. ຈີນຍິນດີແບ່ງປັນບົດຮຽນ ແລະ ໂອກາດດ້ານການພັດທະນາກັບຊູດັງໃຕ້, ສືບຕໍ່ດຳເນີນໂຄງການເຕັກນິກການສຶກສາ ແລະອື່ນໆ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ລວມທັງນ້ຳມັນເຊື້ອໄຟ, ອຸດສາຫະກຳບໍ່ແຮ່, ກະສິກຳ ແລະ ຂົງເຂດອື່ນໆ ເພື່ອຊ່ວຍໜູນຊູດັງໃຕ້ໃນການຫັນເສດຖະກິດເປັນຫຼາຍເຄົ້າ. ຈີນຍິນດີຮ່ວມມືກັບຊູດັງໃຕ້ໃນການຈັດຕັ້ງປະຕິບັດຜົນງານຕ່າງໆຂອງກອງປະຊຸມສຸດຍອດປັກກິ່ງ ຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາໃນຄັ້ງນີ້ ເພື່ອຊຸກຍູ້ໃຫ້ການຮ່ວມມືລະຫວ່າງສອງປະເທດກ້າວເຂົ້າສູ່ລວງເລິກຢ່າງໝັ້ນທ່ຽງ.