ຄຳປາໄສຂອງທ່ານສີຈິ້ນຜິງໃນພິທີໄຂກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ ໄດ້ຮັບການຕອບຮັບຢ່າງຄຶກຄັກຈາກບັນດາຜູ້ເຂົ້າຮ່ວມປະຊຸມ

2024-09-07 15:37:29 CRI

 


ຕອນເຊົ້າວັນທີ 5 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສທີ່ພາດຫົວຂໍ້ວ່າ “ຮ່ວມມືກັນຊຸກຍູ້ການຫັນເປັນທັນສະໄໝ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳ” ໃນພິທີໄຂກອງປະຊຸມສຸດຍອດປັກກິ່ງຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ ແລະ ໄດ້ຮັບການຕອບຮັບຢ່າງຄຶກຄັກຈາກບັນດາຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໂດຍຕ່າງກໍເຫັນວ່າ: ຄຳປາໄສທີ່ສຳຄັນຂອງທ່ານປະທານສີຈິ້ນຜິງ ໄດ້ເປັນການວາງແຜນຜັງໃໝ່ຂອງການຮ່ວມມືກັນລະຫວ່າງຈີນ-ອາຟຣິກາໃນການຊຸກຍູ້ການຫັນເປັນທັນສະໄໝ ແລະ ເປັນການຊີ້ທິດເຍືອງທາງໃຫ້ແກ່ຈີນ ແລະ ອາຟຣິກາ ໃນການຮ່ວມມືກັນຊຸກຍູ້ການຫັນເປັນທັນສະໄໝ ແລະ ການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳທີ່ມີລະດັບສູງ ພ້ອມທັງເຕົ້າໂຮມພະລັງແຮງອັນມະຫຶມາ ເພື່ອຮ່ວມກັນຊຸກຍູ້ໃຫ້ໂລກກ້າວໄປສູ່ອະນາຄົດອັນສົດໃສ ທີ່ມີສັນຕິພາບ, ໝັ້ນຄົງ, ຈະເລີນຮຸ່ງເຮືອງ ແລະ ກ້າວໜ້າ.




ບັນດາຜູ້ເຂົ້າຮ່ວມກອງປະຊຸມຕ່າງກໍໄດ້ສະແດງຄວາມຊົມເຊີຍຢ່າງສູງຕໍ່ທ່ານສີຈິ້ນຜິງທີ່ໄດ້ສະເໜີຂໍ້ລິເລີ່ມສຳຄັນຕ່າງໆ ແລະ ກ່າວວ່າ: ກອງປະຊຸມຄົບຄະນະຂອງຄະນະກຳມະການສູນກາງພັກຄອມມູນິດຈີນຄັ້ງທີ 3 ສະໄໝທີ 20 ໄດ້ມີການຈັດວາງຢ່າງເປັນລະບົບ ໃນການລົກເລິກການປະຕິຮູບຕື່ມອີກຢ່າງຮອບດ້ານ ແລະ ຊຸກຍູ້ການຫັນເປັນທັນສະໄໝແບບຈີນ. ນີ້ຈະເຮັດໃຫ້ຈີນມີການປ່ຽນແປງຢ່າງເລິກເຊິ່ງຕື່ມອີກ ທັງຈະສະໜອງໂອກາດໃໝ່ ແລະ ພະລັງຂັບເຄື່ອນໃໝ່ໃຫ້ແກ່ປະເທດອາຟຣິກາ ກໍຄືຈີນ ແລະ ອາຟຣິກາ ໃນການຮ່ວມກັນບັນລຸຄວາມຝັນຂອງການຫັນເປັນທັນສະໄໝ.