ກະຊວງການຄ້າຈີນໃຫ້ຄຳຕອບກ່ຽວກັບຈີນກ່າວຟ້ອງການາດາປະຕິບັດມາດຕະການເກັບພາສີເພີ່ມຕື່ມຕໍ່ສິນຄ້າຈີນໃນອົງການການຄ້າໂລກ

2024-09-07 13:49:47 cri

ວັນທີ 6 ກັນຍານີ້, ຈີນໄດ້ສະເໜີຄຳຮ້ອງຂໍຈັດການເຈລະຈາໃນອົງການການຄ້າໂລກກ່ຽວກັບການາດາເກັບພາສີເພີ່ມຕື່ມຕໍ່ລົດໃຊ້ພະລັງງານໄຟຟ້າ ແລະ ຜະລິດຕະພັນເຫຼັກ ແລະ ອາລຸຍມີນຽມຂອງຈີນ.

ການາດາໄດ້ວາງແຜນເກັບພາສີເພີ່ມຕື່ມ 100% ແລະ 25% ຕໍ່ລົດໃຊ້ພະລັງງານໄຟຟ້າ ແລະ ຜະລິດຕະພັນເຫຼັກ ແລະ ອາລຸຍມີນຽມຂອງຈີນຕາມລຳດັບ ໂດຍບໍ່ເອົາຫົວຊາຕໍ່ລະບຽບການຂອງອົງການການຄ້າໂລກ ເຊິ່ງເປັນການລະເມີດຄຳໝັ້ນສັນຍາຂອງຕົນທີ່ມີຕໍ່ອົງການການຄ້າໂລກ, ເປັນການທະທຳລັດທິຝ່າຍດຽວ ແລະ ລັດທິປົກປ້ອງການຄ້າ, ເປັນການທຳລາຍລະບົບການຄ້າຫຼາຍຝ່າຍທີ່ຖືລະບຽບການເປັນພື້ນຖານ, ສ້າງຄວາມບໍ່ເປັນລະບຽບໃຫ້ແກ່ຕ່ອງໂສ້ການສະໜອງລົດໃຊ້ພະລັງງານໄຟຟ້າ ແລະ  ຜະລິດຕະພັນເຫຼັກ ແລະ ອາລຸຍມີນຽມຂອງໂລກ.

ໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບບັນຫາດັ່ງກ່າວ, ໂຄສົກກະຊວງການຄ້າຈີນກ່າວວ່າ: ຈີນເປັນຜູ້ສະໜັບສະໜູນຢ່າງເດັດດ່ຽວ ແລະ ຜູ້ປະກອບສ່ວນອັນສຳຄັນຕໍ່ລະບົບການຄ້າຫຼາຍຝ່າຍ, ຈີນເຕືອນໃຫ້ການາດາຈົ່ງເຄົາລົບລະບຽບການຂອງອົງການການຄ້າໂລກ ແລະ ດັດແກ້ການກະທຳອັນຜິດພາດຂອງຕົນໃນທັນທີ.