ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳທີ່ສຳຄັນຕໍ່ໄພຈາກພາຍຸໄຕ້ຝຸ່ນໂມເຈ

2024-09-07 16:47:04 cri

ນັບມາຮອດເວລາ 12 ໂມງຂອງວັນທີ 7 ກັນຍານີ້, ພາຍຸໄຕ້ຝຸ່ນຢາກີ ຫຼື YAGI ໄດ້ເຮັດໃຫ້ປະຊາຊົນ 1,22 ລ້ານຄົນໃນແຂວງໄຫຫຼຳ, ແຂວງກວາງຕຸ້ງ ແລະ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນປະສົບໄພ, ມີຜູ້ເສຍຊີວິດ 3 ຄົນ ແລະ 95 ຄົນໄດ້ຮັບບາດເຈັບ.


ພາຍຫຼັງໄພພິບັດດັ່ງກ່າວເກີດຂຶ້ນແລ້ວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເອົາໃຈໃສ່ເປັນຢ່າງສູງ ແລະ ໃຫ້ຄຳຊີ້ນຳທີ່ສຳຄັນ ໂດຍຮຽກຮ້ອງໃຫ້ເລັ່ງກວດກາສະພາບຂອງໄພຢ່າງລະອຽດ, ຈັດຕັ້ງກຳລັງພາກສ່ວນຕ່າງໆກູ້ໄພ, ຈັດສັນປະຊາຊົນຜູ້ປະສົບໄພໃຫ້ດີ ເພື່ອປ້ອງກັນບໍ່ໃຫ້ໄພເກີດຂຶ້ນຕາມມາອີກ ແລະ ພະຍາຍາມຈົນສຸດຄວາມສາມາດເພື່ອຫຼຸດຈຳນວນຜູ້ເສຍຊີວິດແລະບາດເຈັບ. ຕ້ອງຟື້ນຟູສິ່ງກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ເຊັ່ນ: ຄົມມະນາຄົມ, ພະລັງໄຟຟ້າ ແລະ ໂທລະຄົມ, ຕັ້ງໜ້າດຳເນີນການສ້າງສາຄືນໃໝ່ຫຼັງໄພ, ຟື້ນຟູຄວາມເປັນລະບຽບຮຽບຮ້ອຍດ້ານການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິໂດຍໄວ, ຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງແທ້ຈິງ.