ຈີນເຜີຍແຜ່ບົດລາຍງານການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ2023

2024-09-08 12:39:08 CRI

ເມື່ອມໍ່ໆມານີ້, ຫ້ອງການຂໍ້ມູນຂ່າວສານອິນເຕີເນັດແຫ່ງຊາດຈີນໄດ້ເຜີຍແຜ່ ບົດລາຍງານການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ 2023 ສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍປີ 2023, ຍອດຈຳນວນການເຂົ້າໃຊ້ບໍລິການລັດແບບເຊື່ອມໂຍງທົ່ວປະເທດຈີນໄດ້ບັນລຸຫຼາຍກວ່າ 88,8 ຕື້ເທື່ອຄົນ, ການຮ້ອງຂໍໃບອະນຸຍາດໃນລະດັບຂັ້ນແຂວງຈຳນວນ 92,5% ແມ່ນສາມາດເຮັດຜ່ານທາງອິນຕີເນັດໄດ້ ແລະ “ແລ່ນເອກະສານຫຼາຍສຸດພຽງເທື່ອດຽວເທົ່ານັ້ນ”, ເຊິ່ງເປັນການຄ້ຳຊູການບໍລິການລັດໃຫ້ຫັນຈາກການທີ່“ສາມາດໃຊ້ບໍລິການ” ແລະ “ຮັບການບໍລິການຢ່າງສະດວກ” ໄປສູ່ “ການເຮັດໄດ້ສຳເລັດຜົນຢ່າງມີປະສິດທິພາບສູງ”, ການບໍລິການລັດເອເລັກໂຕຣນິກໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງບໍລິຫານຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

   ບົດລາຍງານສະບັບນີ້ລະບຸວ່າ: ການສ້າງສາຄວາມທັນສະໄໝ, ເຕັກໂນໂລຊີຂໍ້ມູນຂ່າວສານຕ້ອງໄປກ່ອນກ້າວໜຶ່ງ. ປີ 2024, ຕ້ອງເສີມສ້າງຄວາມສາມາດສຳຄັນດ້ານການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ, ເສີມຂະຫຍາຍບົດບາດ ຂອງເຕັກໂນໂລຊີຂໍ້ມູນຂ່າວສານໃນການຂັບເຄື່ອນ ແລະ ນຳພາການພັດທະນາເສດຖະກິດທີ່ມີຄຸນນະພາບສູງຕື່ມອີກ, ລົງເລິກຊຸກຍູ້ວຽກງານຂໍ້ມູນຂ່າວສານສ້າງຜົນປະໂຫຍດ ແລະ ຮັບໃຊ້ປະຊາຊົນຢ່າງຕໍ່ເນື່ອງ, ເລັ່ງຊຸກຍູ້ການຫັນເປັນທັນສະໄໝດ້ານລະບົບ ແລະ ຄວາມສາມາດການບໍລິຫານປະເທດດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານ, ປັບປຸງສະພາບແວດລ້ອມການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ.