ຄັງສຳຮອງເງິນຕາຕ່າງປະເທດຂອງຈີນໃນທ້າຍເດືອນສິງຫາແລ້ວນີ້ມີເຖິງ 3,288 ຕື້ 200 ລ້ານໂດລາ

2024-09-08 12:10:02 CRI

    ຕົວເລກຂໍ້ມູນທີ່ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນເປີດເຜີຍໃນວັນທີ 7 ກັນຍານີ້ສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນສິງຫາປີ 2024, ຄັງສຳຮອງເງິນຕາຕ່າງປະເທດຂອງຈີນມີເຖິງ 3,288 ຕື້ 200 ລ້ານໂດລາ, ໄດ້ເພີ່ມຂຶ້ນ 31,8 ຕື້ໂດລາເມື່ອທຽບໃສ່ທ້າຍເດືອນກໍລະກົດ 2024, ເພີ່ມຂຶ້ນ 0,98%.

    ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການຄຸ້ມຄອງເງິນຕາຕ່າງປເທດແຫ່ງຊາດຈີນກ່າວຢືນຢັນວ່າ: ເດືອນສິງຫາປີ 2024, ດັດຊະນີໂດລາສະຫະລັດໄດ້ຕົກຕ່ຳລົງ, ລາຄາຊັບສິນດ້ານການເງິນຂອງທົ່ວໂລກໄດ້ເພີ່ມຂຶ້ນໂດຍລວມ. ຍ້ອນໄດ້ຮັບຜົນສະທ້ອນສັງລວມຈາກການຄິດໄລ່ດ້ານອັດຕາແລກປ່ຽນ, ການປ່ຽນແປງຂອງລາຄາຊັບສິນ ແລະ ປັດໄຈອື່ນໆ, ເຮັດໃຫ້ຄັງສຳຮອງເງິນຕາຕ່າງປະເທດຂອງຈີນໃນເດືອນສິງຫາແລ້ວນີ້ໄດ້ເພີ່ມຂຶ້ນ.