ໜ່ວຍງານການຄ້າຈີນ-ອາເມຣິກາຈັດກອງປະຊຸມລະດັບຮອງລັດຖະມົນຕີຄັ້ງທີ 2

2024-09-08 14:27:48 cri

ວັນທີ 7 ກັນຍານີ້, ອີງຕາມແຫຼ່ງຂ່າວຈາກກະຊວງການຄ້າຈີນໃຫ້ຮູ້ວ່າ: ທ່ານຫວາງໂຊ້ວເວີນ ຜູ້ຕາງໜ້າການເຈລະຈາການຄ້າສາກົນ ທັງເປັນຮອງລັດຖະມົນຕີກະຊວງການຄ້າຈີນກັບທ່ານນາງມາຣິຊາ ລາໂກ ຮອງລັດຖະມົນຕີກະຊວງການຄ້າອາເມຣິກາໄດ້ຮ່ວມກັນເປັນປະທານກອງປະຊຸມລະດັບຮອງລັດຖະມົນຕີຄັ້ງທີ 2 ຂອງໜ່ວຍງານການຄ້າຈີນ-ອາເມຣິກາ.

ຈີນໄດ້ສະແດງຄວາມເປັນຫ່ວງໂດຍສຸມໃສ່ບັນຫາຕ່າງໆ ເຊັ່ນ: ອາເມຣິກາປະຕິບັດມາດຕະການເກັບພາສີເພີ່ມຂຶ້ນຕໍ່ຈີນຕາມມາດຕາທີ 301 ໃນ “ກົດໝາຍການຄ້າປີ 1974” ຂອງອາເມຣິກາ ແລະ ສືບສວນອຸດສາຫະກຳຕໍ່ເຮືອ ແລະ ອຸດສາຫະກຳອື່ນໆຕາມມາດຕາດັ່ງກ່າວ, ອາເມຣິກາລົງໂທດວິສາຫະກິດຈີນ, ຈຳກັດການລົງທຶນລະຫວ່າງສອງຝ່າຍ, ວິສາຫະກິດຈີນຖືກປະຕິບັດຢ່າງບໍ່ເປັນທຳຢູ່ອາເມຣິກາ ແລະອື່ນໆ, ຈີນຄັດຄ້ານອາເມຣິກາປະຕິບັດມາດຕະການຈຳກັດການຄ້າ ແລະ ການລົງທຶນດ້ວຍຂໍ້ອ້າງທີ່ວ່າກຳລັງການຜະລິດເກີນຄວາມຕ້ອງການ ແລະອື່ນໆ.

ສອງຝ່າຍຈີນ-ອາເມຣິກາເຫັນດີຈະໃຫ້ການສະໜັບສະໜູນທີ່ຈຳເປັນແກ່ກິດຈະກຳສົ່ງເສີມການຄ້າ ແລະ ການລົງທຶນຂອງແຕ່ລະຝ່າຍ; ຈະຮັກສາການແລກປ່ຽນຄວາມເຫັນໃນຂົງເຂດຕ່າງໆ ເປັນຕົ້ນ: ການເຄື່ອນໄຫວຂໍ້ມູນຂ້າມແດນ, ການກວດກາ ແລະ ກັກກັນພະຍາດ, ອຸປະກອນການແພດ, ພະລັງງານສະອາດ ແລະອື່ນໆ; ຈະສືບຕໍ່ຊຸກຍູ້ໃຫ້ວິສາຫະກິດຈີນ-ອາເມຣິກາຮ່ວມມືກັນ, ເຊື່ອມຕໍ່ໂຄງການ ແລະ ສ້າງຫ້ອງການເພີ່ມເພື່ອປະຕິບັດໂຄງການ; ສອງຝ່າຍເພີ່ມທະວີການຮ່ວມມືພາຍໃຕ້ກຸ່ມ G20, ອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ແລະກົນໄກອື່ນໆ.