ຈັດກອງປະຊຸມຄັ້ງທຳອິດຂອງກົນໄກແລກປ່ຽນສາມຝ່າຍກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວຈີນ-ກຳປູເຈຍ

2024-09-08 12:40:54 cri

ວັນທີ 6 ກັນຍານີ້, ສະຖານທູດຈີນປະຈຳກຳປູເຈຍພ້ອມກັບກະຊວງທ່ອງທ່ຽວກຳປູເຈຍ ແລະ ກຸ່ມບໍລິສັດທ່ອງທ່ຽວຈີນໄດ້ຈັດກອງປະຊຸມຄັ້ງທຳອິດຂອງກົນໄກແລກປ່ຽນສາມຝ່າຍກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວຈີນ-ກຳປູເຈຍຜ່ານທາງວິດີໂອ ໂດຍເປັນເອກະພາບກັນເຫັນດີເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວລະຫວ່າງຈີນ-ກຳປູເຈຍ ເພື່ອສົ່ງເສີມໃຫ້ນັກທ່ອງທ່ຽວເດີນທາງໄປທ່ຽວປະເທດຂອງກັນ ແລະກັນ.

ທ່ານວ່າງເວີນປິ່ນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍ ທ່ານຊົກໂຊເຄັນ ລັດຖະມົນຕີກະຊວງທ່ອງທ່ຽວກຳປູເຈຍ ພ້ອມດ້ວຍຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກຸ່ມບໍລິສັດທ່ອງທ່ຽວຈີນໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

  ອີງຕາມບົດລາຍງານຂອງກະຊວງທ່ອງທ່ຽວກຳປູເຈຍ, ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ກຳປູເຈຍໄດ້ຕ້ອນຮັບນັກທ່ອງທ່ຽວຈີນຫຼາຍກວ່າ 460.000 ເທື່ອຄົນ ເພີ່ມຂຶ້ນຫຼາຍກວ່າ 45% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ປັດຈຸບັນ, ຈີນເປັນປະເທດແຫຼ່ງນັກທ່ອງທ່ຽວສາກົນໃຫຍ່ອັນດັບ 3 ຂອງກຳປູເຈຍ.