ຈັດກອງປະຊຸມສົນທະນາລະດັບລັດຖະມົນຕີກ່ຽວກັບການປະຕິບັດກົດໝາຍ ແລະ ຄວາມໝັ້ນຄົງຈີນ-ອາຟຣິກາຕາເວັນອອກຄັ້ງທຳອິດ

2024-09-08 12:46:10 CRI

     

ວັນທີ 7 ກັນຍານີ້, ກອງປະຊຸມສົນທະນາລະດັບລັດຖະມົນຕີກ່ຽວກັບການປະຕິບັດກົດໝາຍ ແລະ ຄວາມໝັ້ນຄົງຈີນ-ອາຟຣິກາຕາເວັນອອກຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ, ທ່ານຫວາງສ້ຽວຫົງ ທີ່ເປິກສາແຫ່ງລັດ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນ ແລະ ທ່ານມາຕິນ ນິເຕເຣັດເຊີ ລັດຖະມົນຕີກະຊວງພາຍໃນ, ພັດທະນາຕົວເມືອງ ແລະປ້ອງກັນຄວາມສະຫງົບບູຣູນດີເປັນປະທານຮ່ວມ ແລະ ກ່າວຄຳປາໄສໃນກອງປະຊຸມຄັ້ງນີ້.

ທ່ານຫວາງສ້ຽວຫົງ ກ່າວຢືນຢັນວ່າ: ຈີນຍິນດີຮ່ວມກັບປະເທດອາຟຣິກາຕາເວັນອອກສ້າງເວທີໃໝ່ແຫ່ງການສົນທະນາຫຼາຍຝ່າຍ, ເພື່ອຮ່ວມກັນແກ້ໄຂບັນຫາຫຍຸ້ງຍາກໃໝ່ດ້ານ ການປະຕິບັດກົດໝາຍ ແລະ ຄວາມໝັ້ນຄົງ, ຮ່ວມກັນຊຸກຍູ້ການປະຕິບັດມາດຕະການໃໝ່ດ້ານການເສີມສ້າງຄວາມສາມາດ, ຮ່ວມກັນສ້າງສະພາບການໃໝ່ດ້ານການແລກປ່ຽນລະຫວ່າງບຸກຄະລາກອນ, ຮ່ວມກັນສ້າງສະພາບການໃໝ່ແຫ່ງການຮ່ວມມືດ້ານການປະຕິບັດກົດໝາຍ ແລະ ຄວາມໝັ້ນຄົງຈີນ-ອາຟຣິກາຕາເວັນອອກໃນຍຸກໃໝ່, ຮັບປະກັນການພັດທະນາທີ່ມີຄຸນນະພາບສູງດ້ວຍຄວາມໝັ້ນຄົງໃນລະດັບສູງ, ເພື່ອບັນລຸຄວາມໝັ້ນຄົງຮ່ວມກັນ ແລະ ຄວາມຈະເລີນຮຸ່ນເຮືອງຮ່ວມກັນຂອງປະເທດຕ່າງໆ.

ທ່ານມາຕິນ ນິເຕເຣັດເຊີ ກ່າວຢືນຢັນວ່າ: ບູຣູນດີຍິນດີໃຫ້ການສະໜັບສະໜູນຢ່າງເດັດດ່ຽວໃນບັນຫາກ່ຽວກັບຜົນປະໂຫຍດແກນກາງຂອງຈີນ, ຮ່ວມກັບຈີນຈັດຕັ້ງປະຕິບັດຕາມໝາກຜົນຂອງກອງປະຊຸມສົນທະນາຄັ້ງນີ້ໃຫ້ດີ, ຊຸກຍູ້ການຮ່ວມມືດ້ານການປະຕິບັດກົດໝາຍ ແລະຄວາມໝັ້ນຄົງຂອງສອງປະເທດພັດທະນາໃນລະດັບສູງບົນພື້ນຖານຈຸດເລີ່ມຕົ້ນໃໝ່.

ໃນກອງປະຊຸມດັ່ງກ່າວໄດ້ມີການເຊັນເອກະສານຮ່ວມມືທີ່ກ່ຽວຂ້ອງ. ຫົວໜ້າຄະນະຜູ້ແທນຂອງ 14 ປະເທດອາຟຣິກາຕາເວັນອອກ ແລະ ປະທານໝູນວຽນຂອງອົງການຮ່ວມມືຫົວໜ້າເຈົ້າໜ້າທີ່ຕຳຫຼວດອາຟຣິກາຕາເວັນອອກໄດ້ກ່າວປະກອບຄຳເຫັນ.