ນັກທຸລະກິດຈາກ 119 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມງານພົບປະກ່ຽວກັບການລົງທຶນ ແລະ ການຄ້າສາກົນຈີນຄັ້ງທີ 24

2024-09-09 11:45:50 CRI

 

   ວັນທີ 8 ກັນຍານີ້, ງານພົບປະກ່ຽວກັບການລົງທຶນ ແລະ ການຄ້າສາກົນຈີນຄັ້ງທີ 24 ໄດ້ຈັດຂຶ້ນຢູ່ນະຄອນເຊ້ຍເມີນ ແຂວງຟູຈ້ຽນ ພາຍໃຕ້ຫົວຂໍ້ “ການລົງທຶນເຊື່ອມຕໍ່ໂລກ”. ເນື້ອທີ່ງານວາງສະແດງມີ 120.000 ຕາແມັດ, ນັກທຸລະກິດຈາກ 119 ປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມງານພົບປະ ແລະ ງານວາງສະແດງ,ໃນນັ້ນ ປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກວມປະມານ 80%.